ກອງປະຊຸມຫັນລົງກໍ່ສ້າງຮາກຖານການເມືອງ ປັບປຸງວຽກງານຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍຕິດພັນກັບກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ພະຈິກ 2018ນີ້ ຢູ່ທີ່ສະໂມສອນຫຼັກ 4 ຂອງແຂວງຈໍາປາສັກ
ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ,ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກ,ມີຄະນະປະຈຳພັກແຂວງ,ກຳມະການພັກແຂວງ,ຄະນະນຳ,ພະນັກງານຫຼັກແຫຼ່ງຈາກນະຄອນປາກເຊ, 9 ຕົວເມືອງ,ມີເລຂາຄະນະພັກຮາກຖານກຸ່ມບ້ານ,ພະນັກງານຫັນລົງກໍ່ສ້າງຮາກຖານເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຫັນລົງກໍ່ສ້າງຮາກຖານການເມືອງ ປະຕິບັດວຽກງານຮອບດ້ານ ຕາມ 4 ເນື້ອ 4 ຄາດໝາຍຕິດພັນກັບກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ,ຢູ່ນະຄອນປາກເຊ,ແຂວງຈຳປາສັກ,ບົດແນະນຳບາດກ້າວຫັນລົງກໍ່ສ້າງຮາກຖານການເມືອງ ປັບປຸງວຽກງານຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ,ຮັບຟັງແຜນການເຮັດທົດລອງຂອງຄະນະຮັບຜິດຊອບນຳພາສ້າງ ແລະຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນນະຄອນປາກເຊແຂວງຈໍາປາສັກ ເພື່ອແນ່ໄສ່ກະກຽມໃຫ້ແກ່ກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂໍ້ມູນຈາກສະຖານີ ວິທະຍຸຈໍາປາສັກ 100,7 Mhz
ຂ່າວ:ນ.ປະພິດ ສີສົມບູນ