ນາຍົກ ຕ້ອນຮັບເຈົ້າຂອງລາງວັນໂນເບວ ສາຂາຟີຊິກ ປີ 2004

ໃນວັນທີ 21 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເດວິດ ເຈ ກຣອສ (Davic J.Gross) ເຈົ້າຂອງລາງວັນໂນເບວ ສາຂາຟີຊິກ ປີ 2004 ພ້ອມດ້ວຍພັນລະຍາ ໃນໂອກາດທີ່ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງ ຕໍ່ ທ່ານ ເດວິດ ເຈ ກຣອສ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງອຸທິດເວລາອັນມີຄຸນຄ່າ ມາປາຖະກະຖາ ກ່ຽວກັບ “ອະນາຄົດຂອງວິທະຍາສາດ ແລະ ການພັດທະນາມະນຸດ” (The Future of Science and Human Development) ໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດ

ແລະ ມະຫາວິທະຍາໄລສຸພານຸວົງ.

ຂໍ້ມູນຈາກ: ຂປລ.

Comments