ໂພສເຕືອນ!!! ສະຕິທຸກຄົນ ໃຫ້ກວດສອບເງິນທຸກຄັ້ງ ກ່ອນອອກຈາກທະນາຄານ

ຈາກກໍລະນີ ມີຜູ້ໃຊ້ເຟສບຸກ ຊື່ Plily Phommavixay Sourivong ໄດ້ ແຊຣ໌ປະສົບການ ແລະ ເລົ່າເຫດການເຕືອນທຸກໆຄົນທີ່ຈະໄປໃຊ້ບໍລິການກັບທະນາຄານທຸກຄັ້ງ ບໍ່ວ່າຈະເປັນໂອນເງິນ, ປ່ຽນເງິນ ໃຫ້ກວດສອບເງິນຕົນເອງທຸກຄັ້ງກ່ອນອອກຈາກທະນາຄານ ໂດຍສະເພາະແມ່ນເງິນຕາຕ່າງປະເທດວ່າມີຕຳນິ.  ບໍ່ສະນັ້ນຈະບໍ່ໂຊກດີ ແລະ ອາດເຮັດໃຫ້ເສຍເງິນ, ເສຍເວລາ ແລະ ເສຍອາລົມຄືກັບລາວ, ເຫດການນີ້, ຍັງເປັນສຽງພິພາກວິຈານຕ່າງໆນາໆ ເພາະມີຫຼາຍໆຄົນຖືກກັບຕົນເອງມາແລ້ວ ແຕ່ກໍຍັງບໍ່ເຂົ້າໃຈກັບ ລະບຽບຂອງທະນາຄານ ດັ່ງນັ້ນ, ທາງທະນາຄານ ຫຼື ພາກສ່ວນກ່ຽວຂ້ອງ ຄວນອອກມາຊີ້ແຈງ ແລະ ອະທີບາຍກ່ຽວກັບເລື່ອງນີ້ເພື່ອໃຫ້ສັງຄົມໄດ້ເຂົ້າໃຈຖືກ ແລະ ບໍ່ເຂົ້າໃຈຜິດໄປຕ່າງໆນາໆ ເຖິງການແລກປ່ຽນເງິນຕາ ແລະ ເງິນທີ່່ມີກາຈໍ້າ ແຕ່ທະນາຄານບໍ່ຮັບຄືນ ແລະ ວ່າໃຊ້ບໍ່ໄດ້. 

ເນື້ອໃນມີຢູ່ວ່າ:

ຂໍແຊໃຫ້ເຂົ້າໃຈແລະຮັບຮູ້ເລື່ອງຮັບເງີນໂດລາຈາກໃຜກໍ່ຕາມ ຖອນເງີນໂດລາຢູ່ຕາມທະນາຄານຕ່າງໆ
ກະໃນນາມປະຊາຊົນຄົນທຳມະດາຄົນຫນື່ງທີ່ເປັນພົນລະເມືອງລາວເນາະມີເລື່ອງມາເລົ່າ ຕອນເລົ່າກະໃຈເຢັນລົງແດ່ແລ້ວ
ເລື່ອງມີຢູ່ວ່າມື້ວານນີ້ວັນທີ່ 20/11/2018 ໄດ້ໄປຖອນເງີນນຳທະນາຄານຊື່ດັງໆໆຂອງລາວສາຂາໄຊເສດຖາຈຳນວນນື່ງ ເພື່ອໄປສຳລະວຽກ, ຕໍ່ມາມື້ນີ້ວັນທີ່21/11/2018 ໄດ້ໄປສຳລະເງີນແຕ່ບ່ອນນັ້ນເພີ່ນບໍ່ຮັບເພາະເງີນມີຕຳນິກາຈຳ້ຄືດັງໃນພາບ ເພີ່ນແນະນຳໃຫ້ຂ້ອຍກັບໄປປ່ຽນຄືນບ່ອນທີ່ຖອນມາ ຂ້ອຍກະໄດ້ກັບໄປແລະກໍ່ສອບຖາມນຳຄົນທີ່ເອົາເງີນຖອນໃຫ້ວານນີ້
ຂ້ອຍ: ມາຖອນເງີນນຳເຈົ້າວານນີ້ລະມີ4ໃບໃຊ້ບໍ່ໄດ້
ສາວທະນາຄານ: ຈື່ເຈົ້າໄດ້ແຕ່ຂ້ອຍບໍ່ໄດ້ເອົາໃບແບບນີ້ໃຫ້ ເພາະທາງເຮົາໄດ້ໃຈ້ແຍກອອກຫມົດແລ້ວຈະບໍ່ເອົາອອກໃຫ້ລູກຄ້າເດັດຂາດ ( ຫົວມືງຫັ້ນລະເອົາໃຫ້ກູ ຈັນຍາບັນພະນັກງານທະນາຄານບໍ່ມີເລີຍມືງ )
ຄືຊິແມ່ນຫົວຫນ້າຍ່າງມາຖາມເຫດການ : ມີຫຍັງນໍ້
ຂ້ອຍ : ກໍ່ຖາມເລື່ອງເງີນ
ເພີ່ນ : ເປັນໄປບໍ່ໄດ້ວ່າອອກຈາກທາງເຮົາ ເພາະເງີນທຸກໃບຜ່ານເຄື່ອງກວດ ແນ່ໃຈວ່າບໍ່ແມ່ນເອົາມາຈາກບ່ອນ
ຂ້ອຍ: ຂ້ອຍກະບອກວ່າຂ້ອຍຖອນອອກຈາກນີ້ວານນີ້ແທ້ໆກັບສາວນີ້
ເພີ່ນ : ຂໍໂທດເດີ້ເຮົາຮັບບໍ່ໄດ້ ແລະເງີນແບບນີ້ກໍ່ໃຊ້ບໍ່ໄດ້ເອົາໄປຈ່າຍໃສກະບ່ໄດ້ໃນປະເທດລາວ ( ທັງໆທີ່ແມ່ນເງີນແທ້ )ໍລະສູສອດໃສ້ມາໃຫ້ລູກຄ້າເຮັດຫຍັງ
ຂ້ອຍ : ລະຊິໃຫ້ເຮັດແນວໃດໃຊ້ບໍ່ໄດ້ໃຫ້ເອົາຖີ້ມຫວາ
ເພີ່ນ : ມີແຕ່ໄປໃຊ້ຢູ່ຕ່າງປະເທດໄດ້
ຂ້ອຍ : ກະເອີໄປເລີຍ ອ້າວຄັນບໍ່ໄດ້ໄປຕ່າງປະເທດເດ ທາງທະນາຄານຄວນໂຄສະນາໃຫ້ລູກຄ້າເຂົ້າໃຈແດ່ລະຫວາ
ເພີ່ນ : ທາງເຮົາກະໄດ້ຕິດປະກາດໄວ້ແລ້ວໃຫ້ກວດເຊັກເງີນຄືນກ່ອນອອກໄປ ( ເອີກະບໍ່ເຫັນໄດ໋ກັບໂຄສະນາໃຫ້ຄວາມເຂົ້າໃຈກັບລູກຄ້າເລື່ອງເງີນໃບດອນລ້າແບບນີ້ )
ສຸດທ້າຍຂ້ອຍກໍ່ໄປຖາມອີກສາຂາ ແລະໄດ້ຖາມພະນັກງານຍິງສອງຄົນນັ່ງຕິດກັນເຂົາເຈົ້າເອງກະະບໍ່ຮູ້ວ່າເງີນເປັນແບບນີ້ໃຊ້ບໍ່ໄດ້ ລາວແນະນຳໃຫ້ຂ້ອຍໄປຖາມຢູ່ຄັງເງີນ ສຸດທ້າຍເພີ່ນກໍ່ປ່ຽນໃຫ້ ( ທຳອິດບໍ່ຢາກປ່ຽນໃຫ້ )ຂ້ອຍກະບອກເພີ່ນວ່າຄວນໂຄສະນາໃຫ້ປະຊາຊົນຮັບຮູ້ແດ່ບໍ່ ທາງເພີ່ນວ່າໄດ້ລົງໂຄສະນາຢູ່ເພສທະນາຄານເພີ່ນແລ້ວ
ໃນນາມຂ້ອຍຜູ້ນື່ງບໍ່ໄດ້ຕິດຕາມເພສເພີ່ນກະເລີຍບໍ່ຮູ້ ໃຜຮູ້ແລ້ວກໍ່ດີ ຖ້າໃຜຍັງບໍ່ຮູ້ກະແຊຕື່ມແດ່ເດີ້ ເພາະອາດຈະບໍ່ໂຊກດີໄດ້ເພີ່ນປ່ຽນໃຫ້ຄືນຄືຂ້ອຍ ( ເພາະທຳອິດເພີ່ນກະບໍ່ຢາກປ່ຽນໃຫ້ )ຕ້ອງໄດ້ໄປໃຊ້ຢູ່ຕ່າງປະເທດເທົ່ານັ້ນເດີ້
ບໍ່ໄດ້ມີເຈດຕະນາບໍ່ດີຫຍັງພຽງແຕ່ຂໍແຊເພື່ອໃຫ້ຄອບຄົວຫມູ່ເພື່ອນພີ່ນ້ອງທຸກຄົນໄດ້ຮັບຮູ້ແລະກວດຄືນເງີນຂອງທ່ານເອງເວລາໄດ້ຮັບ
ຜິດພາດປະການໃດກະຂໍໂທດຂໍອະໄພຫລາຍ ກະເຮົາບໍ່ຮູ້ແທ້ໆແລະຄິດວ່າຫລາຍຄົນກະຍັງບໍ່ຮູ້

ຄວາມເຫັນຈາກປະຊາຊົນ:

 

ທີ່ມາ: Plily Phommavixay Sourivong

ຂໍແຊໃຫ້ເຂົ້າໃຈແລະຮັບຮູ້ເລື່ອງຮັບເງີນໂດລາຈາກໃຜກໍ່ຕາມ…

Posted by Plily Phommavixay Sourivong on Wednesday, November 21, 2018

Comments