ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ສະເຫຼີມສະຫຼອງວັນພໍ່ແຫ່ງຊາດ ແລະ ວັນຊາດໄທ

ໃນຕອນຄໍ່າຂອງວັນທີ 5 ທັນວາ 2018 ຜ່ານມາ ຢູ່ທີ່ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ໄດ້ຈັດພິທີສະເຫຼີມສະຫຼອງວັນພໍ່ແຫ່ງຊາດ ແລະ ວັນຊາດໄທ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານ ນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ມີບັນດາ ຮອງລັດຖະມົນຕີ, ທູຕານຸທຸດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ກ່າວວ່າ: ວັນທີ 5 ທັນວາ ຂອງທຸກປີ ນອກຈາກວັນຊາດແລ້ວ ຍັງເປັນວັນສະເຫຼີມພຣະຊົນມະພັນສາຂອງພຣະບາດສົມເດັດ ພຣະປະຣະມິນທະຣະມະຫາພູມິພົນ ອະດຸນຍະເດດ ບໍຣົມມະນາດບໍພິດ ແລະ ວັນພໍ່ແຫ່ງຊາດ ແຫ່ງ ຣາຊະອານາຈັກໄທ ນຳອີກ.

ພາຍໃນງານຍັງມີການສະແດງສິລະປະວັນນະຄະດີ ແລະ ງານລ້ຽງອາຫານຄໍ່າແບບບຸບເຟ ໂດຍມີບັນດາຮ້ານອາຫານຈາກປະເທດໄທ ແລະ ລາວ ເຂົ້າຮ່ວມຈໍານວນຫຼວງຫຼາຍ.

 

Comments