ລັດຖະບານ ສ.ເກົາຫລີ ແລະ ອົງການຢູນິເຊັບ ຊ່ວຍເຫຼືອເດັກນ້ອຍ ແຂວງອັດຕະປື

ໃນວັນທີ 6 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນສັນຍາຊ່ວຍເຫຼືອ ແລະ ປົກປ້ອງເດັກ ທີ່ບໍ່ມີ ພໍ່, ແມ່ ແລະ ຜູ້ປົກຄອງດູແລ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ເພື່ອເຮັດໃຫ້ເດັກເຫຼົ່ານັ້ນໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອດີຂຶ້ນກວ່າເກົ່າ, ເຊິ່ງລັດຖະບານສ.ເກົາຫລີ ໄດ້ອະນຸມັດທຶນ 3 ແສນໂດລາສະຫະລັດ ໃຫ້ອົງການຢູນິເຊັບ ເພື່ອໃຊ້ໃນການຊ່ວຍເຫຼືອດັ່ງກ່າວ,

ລົງນາມໂດຍ ທ່ານ ຊິນ ຊົງ ຊູນ ເອກອັກຄະລັດຖະທູດ ສ. ເກົາ ຫລີ ປະຈຳ ສປປ ລາວ ແລະ ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການຢູນິເຊັບ.
ພິທີເຊັນສັນຍາດັ່ງກ່າວ, ແມ່ນສໍາລັບໂຄງການ ເຮັດໃຫ້ເດັກນ້ອຍຢູ່ແຂວງອັດຕະປື ໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອທີ່ດີຂຶ້ນ ໂດຍຜ່ານລະບົບການດູແລ ແລະ ປົກປ້ອງເດັກ.

ມີຈຸດປະສົງເພື່ອຮັບມືກັບພາວະສຸກເສີນ ທີ່ເກີດຈາກເຫດການສັນເຄື່ອນແຕກ ທີ່ແຂວງອັດຕະປື, ພ້ອມນັ້ນ ກໍເພື່ອຮັບປະກັນໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃນໄລຍະສຸກເສີນເຂົ້າສູ່ການຟື້ນຟູໄລຍະກາງ, ໄລຍະຍາວມີຄວາມຍືນຍົງ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບປົກປ້ອງເດັກໄປພ້ອມໆກັນ.

ໃນຂະນະທີ່ແຂວງອັດຕະປື ຕົກຢູ່ໃນພາວະສຸກເສີນນັ້ນ, ອົງການຢູນິເຊັບ ກໍແມ່ນໜຶ່ງໃນຄູ່ຮ່ວມງານຫຼັກຂອງລັດ ທີ່ໄດ້ລົງສູ່ພື້ນທີ່ປະສົບໄພກ່ອນໝູ່ ເພື່ອສະໜອງຄວາມຕ້ອງການທາງດ້ານຈິດຕະສັງຄົມ ໃຫ້ເດັກທີ່ເປັນກຸ່ມສ່ຽງ, ໂດຍຜ່ານການສ້າງມຸມທີ່ເປັນມິດຕໍ່ເດັກ ແລະ ເກັບກໍາຂໍ້ມູນເດັກທີ່ຂາດພໍ່,ແມ່ຜູ້ ແລະ ປົກຄອງເບິ່ງແຍງດູແລ.

ຂໍ້ມູນຈາກ: ຂປລ.

Comments