ຊ້ອມການເດີນສວນສະໜາມ ກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 70 ປີ

ກະຊວງປ້ອງກັນປະເທດ ຈັດພິທີຊ້ອມການເດີນສວນສະໜາມ ຂຶ້ນວັນທີ 6 ທັນວາ 2018 ທີ່ວິທະຍາຄານກົມມະດຳ ເພື່ອກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີ (20/1/1949-20/1/2018)

ໂດຍມີ ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ບັນດາຄະນະພັກ ຄະນະບັນຊາ ພ້ອມດ້ວຍຄະນະຮັບຜິດຊອບການເດີນສ່ວນສະໜາມ 70 ປີ ກອງທັບເຂົ້າຮ່ວມ.

ສຳລັບການຊ້ອມເດີນສວນສະໜາມປະກອບມີທັງໝົດ 19 ກ້ອນກຳລັງ ໃນນັ້ນມີ ກ້ອນທຸງໄຊ ກອງທັບປະຊາຊົນລາວ, ກ້ອນກອງທັບລາວອິດສະຫຼະ, ກ້ອນແມ່ຍິງ 369, ກ້ອນນາຍທະຫານບົກ, ກ້ອນນາຍທະຫານອາກາດ, ກ້ອນກໍາລັງທະຫານຊາຍແດນ, ກ້ອນກໍາລັງທະຫານຮາບ, ກ້ອນກໍາລັງທະຫານຕີພິເສດ, ກ້ອນເຫຼົ່າຮົບລົດຕັງ-ຍານເກາະ, ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ, ກ້ອນເຫຼົ່າຮົບປ້ອງກັນອາກາດ, ກ້ອນເຫຼົ່າຮົບເສນາຮັກ, ກ້ອນກອງຫຼອນ, ກ້ອນເຫຼົ່າຮົບຊ່າງແສງ, ກ້ອນກໍາລັງປ້ອງກັນຕົວ, ກ້ອນເຫຼົ່າຮົບສື່ສານ, ກ້ອນກໍາລັງທະຫານທ້ອງຖິ່ນ ແລະ ກ້ອງກ້ອງແກວົງ.

 

ຂໍ້ມູນຈາກ:ເຟສບຸກວຽງຈັນໃໝ່

ພາບ-ຂ່າວ ລັດເວລາ

Comments