ເຝິກອົບຮົມການໂຄສະນາເຜີຍແຜ່ ກົດໝາຍ ແລະ ນິຕິກຳ ກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືອງສິງ

ກົມໂຄສະນາເຜິຍແຜ່ກົດໝາຍ ກະຊວງຍຸຕິທຳ ຈັດຊຸດເຝິກອົບຮົມການໂຄສະນາເຜີຍແຜ່ ກົດໝາຍ ແລະ ນິຕິກຳ ກ່ຽວກັບການຕ້ານການຄ້າມະນຸດ ຢູ່ເມືອງສິງ ແຂວງ ຫຼວງນ້ຳທາ, ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ທັນວາ 2018 ຜ່ານມາ ຢູ່ທີ່ສະໂມສອນກອງບັນຊາການທະຫານ ເມືອງສິງໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ບຸນພວມ ສໍສຸພາບ ຮອງເຈົ້າເມືອງ ເມືອງສິງ, ທ່ານ ເພັດສະຫວັນ ຮອງຫົວໜ້າພະແນກ ຍຸຕິທຳແຂວງ, ທ່ານ ສຸວັດ ດວງຕາ ຫົວໜ້າພະແນກ ໂຄສະນາເຜີຍແຜ່ກົດໝາຍ, ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 09 ທ່ານ. ຊຸດເຝິກອົບຮົມຈະໄດ້ດຳເນີນໄປເປັນເວລາ 3 ວັນ.

ຈຸດປະສົງ ເພື່ອເປັນການຍົກສູງຄວາມຮັບຮູ້ກ່ຽວກັບທັກສະ, ເຕັກນິກ, ວິທີການໂຄສະນາເຜີຍແຜ່ບັນດາກົດໝາຍໃຫ້ແກ່ພະນັກງານ ເພື່ອເປັນພື້ນຖານໃນການນຳເອົາບັນດາກົດໝາຍລົງໄປເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຢ່າງທັນການ ແລະ ນຳເອົາຜູ້ກຳທຳຜິດມາດຳເນີນຄະດີຕາມກົດໝາຍ.

 

ຂໍ້ມູນຈາກ: ນສພ ກົດໝາຍ.

Comments