ມອບ-ຮັບ ໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຊຽງຂວາງ (GI) ເປັນທາງການ

ໃນງານປະເພນີບຸນເຂົ້າໄກ່ນ້ອຍປະຈຳປີ 2018 ຈັດຂຶ້ນໃນວັນທີ 05 ທັນວາ 2018 ຢູ່ທີ່ເມືອງແປກ ແຂວງຊຽງຂວາງ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບແຂວງຊຽງຂວາງ ໄດ້ຈັດພີທີມອບ-ຮັບ ໃບຢັ້ງຢືນຖິ່ນກໍາເນີດເຂົ້າໄກ່ນ້ອຍຊຽງຂວາງ (GI) ໃຫ້ແກ່ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍຊຽງຂວາງ ຢ່າງເປັນທາງການ

ພິທີມອບລະຫວ່າງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ.

 ການຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຫົວພັນ ແມ່ນໄດ້ເລີ່ມຂຶ້ນໃນຕົ້ນປີ 2016 ພາຍໃຕ້ການນໍາພາຢ່າງໃກ້ສິດ ແລະ ເອົາໃຈໃສ່ ຂອງຄະນະນໍາກະຊວງ ແລະ ອໍານາດການປົກຄອງແຂວງຊຽງຂວາງ; ກົມຊັບສິນທາງປັນຍາ ໄດ້ສົມທົບກັບຂະແໜງການກ່ຽວຂ້ອງຈາກຂັ້ນສູນກາງ ແລະ ທ້ອງຖິ່ນ, ຜູ້ຜະລິດ ແລະ ຜູ້ປະກອບການເຂົ້າໄກ່ນ້ອຍ ແຂວງຊຽງຂວາງ ເປັນເຈົ້າການໃນການຕັ້ງປະຕິບັດ;ໄດ້ຮັບການສະໜັບສະໜູນທາງດ້ານເຕັກນິກວິຊາການ ແລະ ທຶນຮອນຈາກອົງການພັດທະນາແຫ່ງປະເທດຝລັ່ງ (AFD) ຜ່ານອົງການອາຫານ ແລະ ກະສິກໍາ (FAO) ປະຈໍາ ສປປລາວ.


 ໃນຂະບວນການຈົດທະບຽນຖິ່ນກໍາເນີດດັ່ງກ່າວ ໄດ້ມີການເຕົ້າໂຮມຜູ້ຜະລິດ ແລະ ຜູ້ປະກອບການ ທີ່ຜະລິດ ແລະ ຄ້າຂາຍເຂົ້າໄກ່ນ້ອຍ ເຂົ້າຮ່ວມສ້າງຕັ້ງເປັນສະມາຄົມສົ່ງເສີມເຂົ້າໄກ່ນ້ອຍແຂວງຊຽງຂວາງ; ສະມາຄົມສົ່ງເສີມເຂົ້າໄກ່ນ້ອຍແຂວງຊຽງຂວາງ ໄດ້ຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກໍາເນີດເຂົ້າໄກ່ນ້ອຍຊຽງຂວາງ ກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ງານມະຫາກໍາຊັບສິນທາງປັນຍາ ປີ 2017 ຊຶ່ງເປັນສິນຄ້າທໍາອິດຂອງ ສປປລາວ ທີ່ຍື່ນຄໍາຮ້ອງຂໍຈົດທະບຽນປົກປ້ອງຖິ່ນກໍາເນີດ.

 ຈຸດປະສົງຂອງການຈົດທະບຽນປົກປ້ອງຖິ່ນກໍາເນີດເຂົ້າໄກ່ນ້ອຍຈາກແຂວງຊຽງຂວາງ ແມ່ນ:ເພື່ອປົກປ້ອງຊື່ສຽງຂອງເຂົ້າໄກ່ນ້ອຍແຂວງຊຽງຂວາງ ອັນເປັນທີ່ຮູ້ຈັກຢ່າງກວ້າງຂວາງ. ປົກປ້ອງພູມປັນຍາທ້ອງຖິ່ນທີ່ຕິດພັນກັບການຜະລິດເຂົ້າໄກ່ນ້ອຍ ທີ່ມີການສືບທອດມາຈາກບັນພະບູລຸດຫຼາຍເຊັ່ນຄົນ ທີ່ສາມາດເວົ້າໄດ້ວ່າ ແມ່ນຊັບສິນທາງປັນຍາຂອງຊຸມຊົນທ້ອງຖິ່ນ.
ການຈົດທະບຽນຖິ່ນກໍາເນີດຄັ້ງນີ້ ເປັນການຊ່ວຍໃຫ້ມີການຮັກສາຄຸນນະພາບທີ່ເປັນເອກະລັກຂອງເຂົ້າໄກ່ນ້ອຍໄວ້ ເນື່ອງຈາກວ່າ ຫຼັງຈາກການຈົດທະບຽນ ຈະມີການກວດກາທຸກຂັ້ນຕອນການຜະລິດ ແລະ ມີການຢັ້ງຢືນຄວາມຖືກຕ້ອງຕາມມາດຕະຖານການຜະລິດເຂົ້າໄກ່ນ້ອຍຈາກໜ່ວຍງານຢັ້ງຢືນຈາກພາຍໃນ ຫຼື ສາກົນ; ເຮັດໃຫ້ສິນຄ້າເຂົ້າໄກ່ນ້ອຍທີ່ວາງຂາຍໃນທ້ອງຕະຫຼາດ ຕິດກາຍໝາຍຖິ່ນກໍາເນີດແຫ່ງຊາດ ທີ່ຄຸ້ມຄອງໂດຍ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃສ່ສະຫຼາກສິນຄ້າ.ພ້ອມກັນນັ້ນ, ການຈົດທະບຽນປົກປ້ອງຖິ່ນກໍາເນີດ ຍັງຈະເຮັດໃຫ້ສິນຄ້າເຂົ້າໄກ່ມີມູນຄ່າເພີ່ມສູງຂຶ້ນ.ການນໍາໃຊ້ກາໝາຍຖິ່ນກໍາເນີດແຫ່ງຊາດ, ເປັນການຮັບປະກັນຕໍ່ຜູ້ບໍລິໂພກທາງດ້ານຄຸນນະພາບທີ່ເປັນເອກະລັກ ແລະ ທີ່ມາຂອງສິນຄ້າ,ຈະເປັນສິ່ງດຶງດູດການລົງທຶນເຂົ້າໃນການຜະລິດ, ແປຮູບ, ຫຸ້ມຫໍ່, ການຕະຫຼາດ ແລະ ກິດຈະກໍາການທ່ອງທ່ຽວ ທີ່ສາມາດສົ່ງອອກສິນຄ້າໄດ້ກັບທີ່ ແລະ ກ້າວໄປເຖິງການກາຍເປັນສິນຄ້າເອກະລັກພິເສດຂອງແຂວງທີ່ສາມາດສົ່ງອອກໄດ້ໃນອະນາຄົດ.

ສໍາລັບວຽກງານຖິ່ນກໍາເນີດໃນຕໍ່ໜ້າ ກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີ: ແຜນຈົດທະບຽນຖິ່ນກໍາເຂົ້າໄກ່ນ້ອຍຢູ່ຕ່າງປະເທດ ເປັນຕົ້ນແມ່ນສະຫະພາບເອີຣົບ,ຈົດທະບຽນຖິ່ນກໍາເນີດສິນຄ້າເອກະລັກພິເສດທ້ອງຖິ່ນອີກຫຼາຍລາຍການ ເປັນຕົ້ນແມ່ນ: ຊາຜົ້ງສາລີ, ຊາປາກຊ່ອງ, ຜ້າໄໝຫຼວງພະບາງ ແລະ ຫົວພັນ, ໂສມດາກຈຶ່ງ ແຂວງເຊກອງ ແລະ ອື່ນໆອີກ.

 ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ ການຈົດທະບຽນຖິ່ນກໍາເນີດຜະລິດຕະພັນສິນຄ້າ ຈະເປັນສິ່ງຕະຕຸກຊຸກຍູ້ໃຫ້ເກີດການສ້າງວຽກເຮັດງານທໍາ, ສ້າງລາຍໄດ້ໃຫ້ຊຸມຊົນ ແລະ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດຊົນນະບົດ ກ້າວໄປເຖິງການຫຼຸດຜ່ອນຄວາມທຸກຍາກ ຕາມແນວທາງຂອງພັກ ແລະ ລັດຖະບານ ກໍຄືແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 05 ປີ ຄັ້ງທີ່ VIII ຂອງລັດຖະບານແຫ່ງ ສປປ ລາວ.

ຂອບໃຈແຫຼ່ງຂໍ້ມູນ ແລະ ຮູບພາບຈາກ: ເຟສບຸກທ່ານ ສູຣິອຸດົງ ແສງດາຣາ.

 

Comments