ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຄະນະຜູ້ແທນ ກະຊວງການຕ່າງປະເທດ ເວເນຊູເອລາ

ໃນວັນທີ 5 ທັນວາ 2018, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ຣູເບັນ ດາຣີໂອ ໂມລີນາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ, ຜູ້ຊີ້ນຳວຽກງານຂົງເຂດອາຊີ, ຕາເວັນອອກກາງ ແລະ ໂອເຊອານີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 4-5 ທັນວາ ນີ້.


ໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຣູເບັນ ດາຣີໂອ ໂມລີນາ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນ ສຳຄັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນກອງປະຊຸມປຶກສາຫາລື ທາງດ້ານການເມືອງ ລາວ-ເວເນຊູເອລາ ຄັ້ງປະຖົມມະລຶກ ແນໃສ່ຊອກຫາຊ່ອງທາງ ເພື່ອຂະຫຍາຍສາຍພົວພັນມິດຕະພາບອັນດີຖານອ້າຍນ້ອງ ແລະ ການຮ່ວມມື ລະຫວ່ງ ສອງປະເທດ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.


ຂ່າວແຈ້ງໃຫ້ຊາບຕື່ມວ່າ: ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ຣູເບັນ ດາຣີໂອ ໂມລີນາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ, ຜູ້ຊີ້ນຳວຽກງານຂົງເຂດອາຊີ, ຕາເວັນອອກກາງ ແລະ ໂອເຊອານີ ພ້ອມດ້ວຍຄະນະ ເຊັ່ນກັນ.

ທີ່ມາ: ຂ່າວສານປະເທດລາວ.

Comments