ຕົວເລກຂອງນັກທ່ອງທ່ຽວ ແມ່ນເພີ່ມຂຶ້ນເປັນທະວີຄູນ ຖ້າສົມທຽບໃສ່ 8 ປີຜ່ານມາ.

ພາຍຫຼັງທີ່ທາງແຂວງ ຊຽງຂວາງ ໄດ້ມີການປັບປຸງ ແລະ ພັດທະນາບັນດາແຫຼ່ງທ່ອງທ່ຽວ ພາຍໃນແຂວງ ເພຶ່ອຮອງຮັບນັກທ່ອງທ່ຽວ ພາຍໃນ-ຕ່າງປະເທດ ໄດ້ຮັບຄວາມສະດວກສະບາຍກວ່າເກົ່າ ເຫັນໄດ້ວ່າ ຕົວເລກຂອງນັກທ່ອງທ່ຽວແມ່ນເພີ່ມຂຶ້ນເປັນທະວີຄູນຖ້າສົມທຽບໃສ່ 8 ປີຜ່ານມາ.

ໂດຍສະເພາະ ຜ່ານການຈັດຕັ້ງປະຕິບັດ ປີທ່ອງທ່ຽວລາວ ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຢູ່ແຂວງຊຽງຂວາງ ເພີ່ມຂຶ້ນໃນແຕ່ລະປີຄືປີ 2010 ມີນັກທ່ອງທ່ຽວເຂົ້າໄປແຂວງຊຽງຂວາງ 33 856 ຄົນ, ປີ 2017 ມີ 130 261 ຄົນ,ປີ 2018 ມີື 144 728 ຄົນ ເຊິ່ງສາມາດສ້າງລາຍຮັບໄດ້ 12 ລ້ານກວ່າໂດລາ.

ໃນອີກບໍ່ດົນ ປະມານກາງປີ 2019 ໄຫຫີນ ຊຽງຂວາງ ຈະຖືກບັນທຶກເປັນມໍລະດົກໂລກ ສິ່ງດັ່ງກ່າວນີ້ ຈະສົ່ງຜົນໃນທາງບວກໃຫ້ແກ່ການທ່ອງທ່ຽວຂອງແຂວງ ແລະ ການພັດທະນາເສດຖະກິດ-ສັງຄົມ ໂດຍລວມພາຍໃນແຂວງ ຊຽງຂວາງ.

ນີ້ຄືຄໍາກ່າວຂອງທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງໆ ຊຽງຂວາງ ໃນງານບຸນປະເພນີເຂົ້າໄກ່ນ້ອຍ ປະຈໍາປີ 2018 ທີ່ຈັດຂຶ້ນໃນວັນທີ 5 ທັນວາ ຜ່ານມາ.

ຂອບໃຈແຫຼ່ງຂໍ້ມູນ

Comments