ແຂ່ງຂັນພາສາລັດເຊຍ “ມາໂຕຣສ໌ກາ”

ໃນວັນທີ 28 ພະຈິກ 2018 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມມະຫາວິທະຍາໄລແຫ່ງຊາດໄດ້ຈັດການແຂ່ງຂັນພາສາລັດເຊຍ “ມາໂຕຣສ໌ກາ”ຄັ້ງທີ 1

ໃນການເປີດພິທີແຂ່ງຂັນ, ຮອງຄະນະບໍດີຄະນະອັກສອນສາດ – ທ່ານ ບຸນເລືອນ ແສງສຸລິນ ໄດ້ຊີ້ໃຫ້ເຫັນວ່າຫຼັງຈາກການລົ້ມສະລາຍຂອງສະຫະພາບໂຊວຽດ ແລະ ໄດ້ຢຸດການສອນພາສາຣັດເຊຍ, ດ້ວຍເຫດນີ້ກໍໄດ້ຕັດສິນໃຈທີ່ຈະຟື້ນຟູພະແນກພາສາຣັດເຊຍຂຶ້ນ. ຜູ້ນໍາຂອງປະເທດ ແລະ ມະຫາວິທະຍາໄລເຊື່ອວ່າພາສາຣັດເຊຍ, ແມ່ນຫນຶ່ງໃນພາສາທີ່ເປັນທາງການຂອງສະຫະປະຊາຊາດ, ມີຄວາມຫມາຍຄວາມສໍາຄັນໃນໂລກທີ່ທັນສະໄຫມ.

ໃນປີ 2011, ວຽກງານຂອງພະແນກໄດ້ສືບຕໍ່ຟື້ນຟູ ແລະປະຈຸບັນນັກສຶກສາຈຳນວນ 60 ຄົນໄດ້ສຶກສາຢູ່ທີ່ ມຊ. ໃນການຕ້ອນຮັບທັກທາຍ, ຜູ້ຕາງຫນ້າ Rossotrudnichestvo, ທ່ານ ຊາອູຣ໌ ເລຕິຟອບ, ໄດ້ສະແດງຄວາມຂອບໃຈມາຍັງ ມຊ ສໍາລັບການເຮັດວຽກຂອງຕົນຢ່າງຫ້າວຫັນ, ການຮ່ວມມືທີ່ດີກັບ ສວວຣ ປະຈຳນະຄອນຫລວງວຽງຈັນ ແລະມະຫາວິທະຍາໄລຕ່າງໆຂອງຣັດເຊຍ.


ຜູ້ແຂ່ງຂັນໄດ້ຖືກປະເມີນໂດຍຄະນະກໍາມະການ, ຄູອາຈານທີ່ສອນຫຼັກສູດພາສາຣັດເຊຍທີ່ໄດ້ຖືກເຊື້ອຈາກ ສວວຣ ປະຈຳ ນະຄອນຫຼວງວຽງຈັນ – ທ່ານ ນາງ ເອເລນາ ອັນເດຼຍເຈນໂກະ ແລະ ທ່ານ ນາງ ນາຕາເລຍ ສິງດາຣາ. ພ້ອມດຽວກັນນັ້ນອາຈານຂອງມະຫາວິທະຍາໄລເສດຖະກິດ ແລະການບໍລິການແຫ່ງລັດວະລາດີວາສ໌ຕົກ, ອາຈານຝຶກຫັດພະແນກພາສາຣັດເຊຍຂອງ ມຊ – ທ່ານ ນາງ ວາເລຣີຢາ ເປໂຕຢັນ ໄດ້ດໍາເນີນວຽກງານການຈັດຕັ້ງ ແລະການກະກຽມງານນີ້ຢ່າງຫລວງຫລາຍ.
ເຊັ່ນດຽວກັນກັບ matryoshka – ຕຸກກະຕາລູກດົກ, ການແຂ່ງຂັນປະກອບດ້ວຍສາມປະເພດ: ການອ່ານກະວີ, ຮ້ອງເພງ ແລະ ເລົ່ານິທານເສກສັນ.

ຂໍ້ມູນຈາກ: ສະຖານທູດຣັດເຊຍ

Comments