ທ່ານ ຄໍາແພງ ໄຊສົມແພງ ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍຄົນພິການ

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອ 6 ຂອງສະພາແຫ່ງຊາດຊຸດທີ 8 ວັນທີ 10 ທັນວາ 2018 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານຮ່າງກົດໝາຍ ວ່າດ້ວຍຄົນພິການ ເຊິ່ງຮ່າງກົດໝາຍດັ່ງກ່າວ ປະກອບມີ 12 ພາກ, 15 ໝວດ ແລະ 91 ມາດຕາ.

ການສ້າງກົດໝາຍວ່າດ້ວຍຄົນພິການນີ້, ເປັນການສ້າງຄັ້ງທຳອິດ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຄຸ້ມຄອງ ແລະ ພັດທະນາວຽກງານຄົນພິການ ແນໃສ່ເສີມສ້າງໃຫ້ຄົນພິການ ມີສ່ວນຮ່ວມຢ່າງເຕັມສ່ວນໃນສັງຄົມ ແລະ ມີຊີວິດການເປັນຢູ່ ນັບມື້ດີຂຶ້ນເທື່ອລະກ້າວ.

ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໄລຍະຜ່ານມາ ເຖິງວ່າລັດຖະບານໄດ້ເອົາໃຈໃສ່ຕໍ່ວຽກງານຄົນພິການ ໂດຍໄດ້ກຳນົດນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອຄຸ້ມຄອງ ແລະ ພັດທະນາຄົນພິການ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການ ໃນຍຸກເຊື່ອມໂຍງກັບພາກພື້ນ ແລະ ສາກົນ ມີຄວາມຈຳເປັນຕ້ອງມີກົດໝາຍ ແລະ ລະບຽບການທີ່ສອດຄ່ອງກັບ ສົນທິສັນຍາສາກົນ ວ່າດ້ວຍສິດທິຄົນພິການ, ເຊິ່ງສົນທິສັນຍາ ໄດ້ລະບຸເຖິງພັນທະຂອງລັດພາຄີ ກ່ຽວກັບການຮັບຮອງເອົາມາມາດຕະການທີ່ເໝາະສົມ ທາງດ້ານນິຕິບັນຍັດ, ບໍລິຫານ ແລະ ມາດຕະການອື່ນໆ.

 ສະນັ້ນ ສປປ ລາວ ໃນນາມລັດພາຄີ ໃນການຈັດຕັ້ງປະຕິບັດສິດ ທີ່ຖືກຮັບຮອງໃນສົນທິສັນຍາ ມີຄວາມຈຳເປັນຕ້ອງສ້າງກົດໝາຍ ທີ່ສອດຄ່ອງກັບຈຸດພິເສດ ແລະ ລະດັບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມຂອງປະເທດ ເພື່ອເປັນສິ່ງຄໍ້າປະກັນ ໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນພິການຢູ່ ສປປ ລາວ.

ສ່ວນດຳລັດວ່າດ້ວຍຄົນພິການ ທີ່ປະກາດໃຊ້ແຕ່ປີ 2014 ເຊິ່ງຖືເປັນນິຕິກຳສະບັບທຳອິດ ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ພັດທະນາຄົນພິການ ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າຍັງມີຂອບເຂດຈຳກັດຫຼາຍດ້ານ, ເນື້ອໃນກ່ຽວກັບການພັດທະນາຄົນພິການ ທີ່ກຳນົດໄວ້ໃນດຳລັດ ຍັງບໍ່ທັນຄົບຖ້ວນ ແລະ ການບັງຄັບໃຊ້ກໍບໍ່ທັນກວມໃນທົ່ວສັງຄົມ, ສະນັ້ນ ຈິ່ງມີຄວາມຈຳເປັນຕ້ອງຍົກລະດັບຈາກດຳລັດ ໃຫ້ເປັນກົດໝາຍເພື່ອບັນຈຸເນື້ອໃນຄົບຖ້ວມ, ຊັດເຈນ ແລະ ມີຜົນບັງຄັບໃຊ້ໃຫ້ທົ່ວສັງຄົມ.

ພາຍຫຼັງທີ່ ທ່ານລັດຖະມົນຕີກະຂວງແຮງງານ ແລະ ສະຫວັດດີການສັງຄົມ ສະເໜີຮ່າງກົດໝາຍແລ້ວ, ບັນດາ ສສຊ ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ເຮັດໃຫ້ກົດໝາຍສະບັບນີ້ ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອໃຫ້ຄົນພິການລາວ ໄດ້ມີກົດໝາຍຮັບຮອງ ແລະ ປົກປ້ອງຢ່າງເປັນທຳ.

ບັນດາ ສສຊ ໄດ້ສຸມໃສ່ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ ຢ່າງກົງໄປກົງມາ ເຊິ່ງໂດຍລວມແລ້ວແມ່ນ ເຫັນດີເປັນເອກະພາບເປັນພື້ນຖານ ທາງດ້ານໂຄງສ້າງ ແລະ ເນື້ອໃນ ແຕ່ຍັງມີ ສສຊ ບາງເຂດ ໄດ້ສະເໜີໃຫ້ມີການປັບປຸງ ຕັດອອກ, ເພີ່ມໃສ່ ບາງເນື້ອໃນບາງມາດຕາ ທີ່ເຫັນວ່າຍັງບໍ່ທັນສອດຄ່ອງ, ຖືກຕ້ອງ, ຊັດເຈນ

ໂດຍສະເພາະ ມາຕາທີ 2 ນິຍາມກ່ຽວກັບຄົນພິການ ສສຊ ໄດ້ສະເໜີໃຫ້ເບິ່ງຄືນ, ຕັດອອກບາງຄຳສັບ ເປັນຕົ້ນ ຄຳສັບ ຄຳວ່າ: ບົກຜ່ອງ ສະເໜີໃຫ້ປ່ຽນອອກ ແລະ ອະທິບາຍຄວາມໝາຍຂອງຄຳສັບ ໃຫ້ມີຄວາມຊັດເຈນ,

ສ່ວນ ມາດຕາທີ 16-17 ທີ່ເວົ້າກ່ຽວກັບການເກັບກຳສະຖິຕິຂອງຄົນພິການ ບັນດາ ສສຊ ໄດ້ສະເໜີໃຫ້ປັບປຸງບາງເນື້ອໃນເພີ່ມເຕີມ, ພ້ອມທັງສະເໜີໃຫ້ມີຜູ້ຮັບຜິດຊອບ ເກັບກຳສະຖິຕິຄົນພິການຢ່າງຄັກແນ່ ແນໃສ່ເຮັດໃຫ້ການເກັບກຳສະຖິຕິມີຄວາມຖືກຕ້ອງ, ຊັດເຈນ ແລະ

ມາດຕາ 20 ຄວາມສະເໝີພາບທາງດ້ານການເມືອງ ຂອງຄົນພິການ ສສຊ ໄດ້ສະເໜີໃຫ້ມີການກຳນົດຢ່າງຈະແຈ້ງ ເປັນຕົ້ນ ຜູ້ພິການມີສິດສະໝັກເລືອກຕັ້ງ ໃຫ້ເບິ່ງຄືນວ່າເໝາະສົມຫຼືບໍ່ ແລະ ໃຫ້ອະທິບາຍຢ່າງລະອຽດ;

ມາດຕາທີ 28 ທີ່ເວົ້າກ່ຽວກັບການແບ່ງແຍກປະເພດຄົນພິການ ສສຊ ສະເໜີໃຫ້ຄະນະຮັບຜິດຊອບເບິ່ງຄືນ ແລະ ປັບປຸງ ບໍ່ໃຫ້ມີການແບ່ງແຍກປະເພດຄົນພິການ.

ພ້ອມກັນນັ້ນ, ສສຊ ຍັງໄດ້ສະເໜີໃຫ້ເພີ່ມມາດຕາ ທີ່ເວົ້າກ່ຽວກັບລະດັບຂອງຄົນພິການ ເພື່ອກໍານົດຜູ້ພິການຮ້າຍແຮງ, ພິການເບົາ ຈະໄດ້ຮັບການແກ້ໄຂ ແລະ ໃຫ້ການຊ່ວຍເຫຼືອຄືແນວໃດ ແລະ ໄດ້ສະເໜີໃຫ້ມີຂໍ້ຫ້າມຕ່າງໆຕໍ່ກັບຄົນພິການ ຢ່າງຈະແຈ້ງ ແນໃສ່ຫຼີກການສວຍໃຊ້ຕ່າງໆ.

ຂໍ້ມູນຈາກ: ຂປລ.

Comments