ລັດຖະບານ ຈະເປີດໃຫ້ຈອງພັນທະບັດ ຜ່ານຕະຫຼາດຫຼັກຊັບລາວ

ກະຊວງການເງິນ ຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ຮ່ວມກັບ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດ ຫຼັກຊັບ ທຄຕລ – ກທ ຈຳກັດ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈຳກັດ ໄດ້ຈັດງານນຳສະເໜີຂໍ້ມູນໃຫ້ຜູ້ລົງທຶນ ( Road show ) ໃນການອອກຈໍາໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງມີແຜນເປີດໃຫ້ຈອງໃນລະຫວ່າງວັນທີ 11 – 17 ທັນວາ 2018 ຜ່ານ ຕລຊລ.


ກອງປະຊຸມດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 7 ທັນວາ 2018 ທີ່ອາຄານຕະຫຼາດຫຼັກຊັບລາວ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຫົວໜ້າກົມງົບປະມານແຫ່ງລັດ ກະຊວງການເງິນ, ຕາງໜ້າທະນາຄານ ແຫ່ງ ສປປ ລາວ, ສຳນັກງານຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ພ້ອມດ້ວຍແຂກກິດຕິມະສັກ ແລະ ຜູ້ລົງທຶນເຂົ້າຮ່ວມຈໍານວນໜຶ່ງ.

ທ່ານ ເທບສະຫວັນ ກິດຕິຍະວົງ ຮັກສາການຜູ້ອຳນວຍການ ບໍລິສັດ ຫຼັກຊັບ ທຄຕລ – ກທ ຈຳກັດ ກ່າວວ່າ: ການຈັດງານດັ່ງກ່າວ ກໍເພື່ອເປັນການເຜີຍແຜ່ຂໍ້ມູນລາຍລະອຽດຂອງການອອກພັນທະບັດໃຫ້ແກ່ມວນຊົນ ລວມທັງບຸກຄົນ ຫຼື ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ສາມາດກະກຽມຄວາມພ້ອມ ລວມເຖິງທຶນຮອນທີ່ຈະລົງທຶນໃນພັນທະບັດໃນຄັ້ງນີ້ ແລະ ການອອກຈຳໜ່າຍພັນທະບັດໃນຄັ້ງນີ້ ຖືເປັນຄັ້ງທຳອິດຂອງ ສປປ ລາວ ທີ່ຈະນຳເອົາພັນທະບັດດັ່ງກ່າວມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ສາມາດແລກປ່ຽນຊື້ – ຂາຍໄດ້ ແລະ ຖືເປັນອີກຊ່ອງທາງການລົງທຶນປະເພດໜຶ່ງທີ່ໃຫ້ຜົນຕອບແທນສະໝໍ່າສະເໝີ, ມີຄວາມສ່ຽງຕໍ່າກວ່າຊ່ອງທາງອື່ນ, ມີອາຍຸການລົງທຶນທີ່ຊັດເຈນ, ອັດຕາຜົນຕອບແທນທີ່ໜ້າສົນໃຈ ແລະ ຖືເປັນອີກທາງເລືອກໜຶ່ງໃນການກະຈາຍຄວາມສ່ຽງໃນການລົງທຶນ.

ທ່ານ ສຸລິວັດ ສຸວັນນະຈູມຄຳ ກ່າວວ່າ: ຜູ້ອອກພັນທະບັດຄືກະຊວງການເງິນ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ມີປະເພດພັນທະບັດດຸນດ່ຽງງົບປະມານຈຳນວນ 1 ລ້ານໜ່ວຍ, ມູນຄ່າກໍານົດ 1 ລ້ານກີບຕໍ່ໜ່ວຍ, ໃນລາຄາຂາຍ 1 ລ້ານກີບຕໍ່ໜ່ວຍສະກຸນເງິນກີບ ເຊິ່ງຈະອອກພັນທະບັດໃນວັນທີ 17 ທັນວາ 2018 ໂດຍມີງວດການຈ່າຍດອກເບ້ຍສອງຄັ້ງຕໍ່ປີ ແລະ ຈະຈ່າຍດອກເບ້ຍໃນວັນທີ 16 ມິຖຸນາ ແລະ 16 ທັນວາ ຂອງແຕ່ລະປີ ເຊິ່ງມີຕົວແທນຈຳໜ່າຍ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ ( ຕົວແທນຈຳໜ່າຍຫຼັກ ), ບໍລິສັດ ຫຼັກຊັບ ທຄຕລ – ກທ ຈຳກັດ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈຳກັດ.

ທ່ານ ເທບສະຫວັນ ກິດຕິຍະວົງ ກ່າວຕື່ມວ່າ: ການສະເໜີຂາຍໃຫ້ແກ່ມວນຊົນ ແລະ ການອອກພັນທະບັດຊຸດນີ້ ຈະບໍ່ມີການຜິດນັດຊໍາລະ ໂດຍມີໄລຍະເວລາເປີດຈອງຊື້ພັນທະບັດໃນວັນທີ 11 ຫາ 17 ທັນວາ 2018 ເຊິ່ງພັນທະບັດຈະຖືກຄຸ້ມຄອງໂດຍກົດໝາຍຂອງ ສປປ ລາວ ແລະ ຜູ້ຈອງຊື້ພັນທະບັດທຸກຄົນຈະຕ້ອງຕື່ມຂໍ້ມູນຕາມແບບຟອມການຈອງຊື້ພັນທະບັດໃຫ້ຄົບຖ້ວນ ແລະ ຕ້ອງມີບັນຊີພັນທະບັດນໍາບໍລິສັດຫຼັກຊັບ ໂດຍນາຍທະບຽນ ແລະ ຜູ້ຮັບຝາກພັນທະບັດຢູ່ພະແນກຊໍາລະສະສາງ ແລະ ຮັບຝາກຫຼັກຊັບຂອງ ຕລຊລ ແລະ ໄດ້ມີການຈົດທະບຽນຢູ່ ຕລຊລ.

ຜູ້ທີ່ສົນໃຈລົງທຶນໃນພັນທະບັດໃນຄັ້ງນີ້ ສາມາດຕິດຕໍ່ກັບຕົວແທນຈຳໜ່າຍພັນທະບັດຜ່ານ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດ ຫຼັກຊັບ ທຄຕລ – ກທ ຈຳກັດ ຫຼື ບໍລິສັດ ຫຼັກຊັບ ລາວ – ຈີນ ຈຳກັດ ຕາມວັນ ແລະ ເວລາລັດຖະການ ເຊິ່ງທັງສາມບໍລິສັດມີທີ່ຕັ້ງ ແລະ ຢູ່ອາຄານຕະຫຼາດຫຼັກຊັບລາວ.

( ຂ່າວ: ສົມລົດ; ຮູບ: ສຸກສະຫວັນ )

ທີ່ມາ: ຂ່າວສານເສດຖະກິດ-ການຄ້າ

Comments