ຍອດເງິນບໍລິຈາກ ເພື່ອການປັບປຸງພື້ນຖານໂຄງລ່າງພຣະທາດອີງຮັງຫຼາຍກວ່າ 900 ລ້ານແລ້ວ

ໃນງານລ້ຽງລະດົມທຶນຂອງແຂວງສະຫວັນນະເຂດ ໃນການປັບປຸງພື້ນຖານໂຄງລ່າງ ບໍລິເວນພຣະທາດອີງຮັງ ເພື່ອກະກຽມໃຫ້ແກ່ງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວ ລາວ 2018 ທີ່ແຂວງສະຫວັນນະເຂດ ຈັດຂຶ້ນໃນຄໍ່າຄືນຂອງ ວັນທີ 4 ທັນວາ 2018 ນີ້, ທີ່ພັດຕະຄານດາວຮຸ່ງ 1 ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ສະຫວັນນະເຂດ ພ້ອມຄະນະ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການຕ່າງໆ, ບັນດາຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ, ນັກທຸລະກິດໃນທົ່ວແຂວງ ເຂົ້າຮ່ວມປະກອບທຶນ.

ທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງ ທັງເປັນປະທານຈັດງານເທສະການກອງເຂົ້າໃຫຍ່ ໄຫວ້ພຣະທາດອີງຮັງ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ທີ່ແຂວງສະຫວັນນະເຂດ ໄດ້ຂຶ້ນກ່າວຈຸດປະສົງ ແລະ ຄວາມຈໍາເປັນໃນການລະດົມທຶນຄັ້ງ ນີ້ວ່າ: ເນື່ອງຈາກພື້ນຖານໂຄງລ່າງບໍລິເວນພະທາດອີງຮັງທີ່ ຈະຈັດງານຂຶ້ນບໍ່ມີຄວາມສະດວກ ສະບາຍໃຫ້ແກ່ແຂກກໍ ຄືນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວຊົມ ສັກກະລະບູຊາພຣະທາດ, ດັ່ງນັ້ນ ເພື່ອປັບປຸງໃຫ້ມີຄວາມສະດວກສະບາຍ ເຮັດໃຫ້ຜູ້ຄົນທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາກາບໄຫວ້ ບູຊາພຣະທາດອີງຮັງ, ມາທ່ຽວຊົມຢ່າງຫຼວງຫຼາຍ ແລະ ສ້າງຄວາມປະທັບໃຈໃຫ້ ນັກທ່ອງທ່ຽວຢາກກັບມາອີກ.

ໃນງານລ້ຽງລະດົມທຶນຄັ້ງນີ້ ມີຜູ້ປະກອບຫຼາຍ ພາກສ່ວນຄື: ການນໍາແຂວງ, ພະແນກການ, ຫົວໜ່ວຍທຸລະກິດ, ບໍລິສັດຫ້າງຮ້ານ ແລະ ບຸກຄົນສໍາຄັນທີ່ເປັນນັກທຸລະກິດຂອງແຂວງເຊັ່ນ: ເຈົ້າແຂວງ, ຮອງເຈົ້າແຂວງທັງ 3 ທ່ານ ປະກອບສ່ວນ ທ່ານລະ 1 ລ້ານ ກີບ ສຳລັບພາກທຸລະກິດ ນໍາເອົາເງິນມາມອບຫຼາຍກວ່າ ໝູ່ແມ່ນບໍລິສັດ ວີເອສວິກຣຸບ 100 ລ້ານກີບ ໂຮງງານ ຢາສູບຫົງຖາໂຊກດີລາວຈີນ ແລະ ບໍລິສັດຊັນເປເປີໂຮນ ດິ້ງລາວຈຳກັດ ແຫ່ງລະ 60 ລ້ານກີບ ແລະ ອີກຫຼາຍພາກສ່ວນຊ່ວຍກັນມອບເງິນປະກອບສ່ວນໃນການປັບປຸງພື້ນຖານໂຄງລ່າງບໍລິເວນ ພຣະທາດອີງຮັງລວມມີຍອດບໍລິຈາກ 900 ລ້ານກ່ວາກີບ.

ພາຍໃນງານຍັງໄດ້ມີການມອບໃບຍ້ອງຍໍເຈົ້າແຂວງສະຫວັນນະເຂດ ເພື່ອສັນລະເສີນ ຜົນງານການປະກອບສ່ວນໃນການປັບປຸງພື້ນຖານໂຄງລ່າງ ເດີ່ນພຣະທາດອີງຮັງ ໃນຄັ້ງນີ້.

ຂໍ້ມູນຈາກ: ເຟສບຸກ ຂ່າວ ສະຫວັນພັດທະນາ.

Comments