ກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຈະສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການ

ຮ່າງກົດໝາຍວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ໄດ້ປັບປຸງທຶນຈົດທະບຽນ ຈາກ 300 ຕື້ ຂຶ້ນເປັນ 500 ຕື້ກີບ, ປັບປຸງການລົງທຶນຕ່ຳສຸດ ຈາກ 100 ຕື້ ຂຶ້ນເປັນ 300 ຕື້ກີບ ເພື່ອໃຫ້ທະນາຄານທຸລະກິດມີຄວາມເຂັ້ມແຂງ ທັງໄດ້ເພີ່ມມາດຕະການແກ້ໄຂແຕ່ຫົວທີເພື່ອແກ້ໄຂພາວະວິກິດທະນາຄານທຸລະກິດ.


ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 7 ທັນວາ 2018 ບັນດາສະມາຊິກສະພາແຫ່ງຊາດ ( ສສຊ ) ໄດ້ຮັບຟັງການສະເໜີຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ ສະບັບປັບປຸງ ຈາກ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ເຊິ່ງໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງຄືນໃໝ່ ເນື່ອງຈາກຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ເຫັນວ່າຍັງມີຫຼາຍອັນບໍ່ທັນສອດຄ່ອງ. ຈາກນັ້ນ, ໄດ້ເປີດໂອກາດໃຫ້ ສສຊ ຄົ້ນ ຄວ້າພິຈາລະນາ ແລະ ປະກອບຄຳເຫັນ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ຄົບຖ້ວນ ທັງສອດຄ່ອງກັບສະພາບການພັດທະນາເສດຖະກິດ – ສັງຄົມ ຂອງປະເທດເຮົາ.


ທ່ານ ສອນໄຊ ສິດພະໄຊ ກ່າວວ່າ: ກົດໝາຍວ່າດ້ວຍການດຳເນີນທຸລະກິດ ໄດ້ຖືກຮັບຮອງໃນເດືອນທັນວາ 2006 ແລະ ປະກາດໃຊ້ໃນປີ 2007, ຜ່ານການຈັດຕັ້ງປະຕິບັດ 10 ກວ່າປີຜ່ານມາ ມີຫຼາຍບັນຫາຍັງບໍ່ທັນໜັກແໜ້ນ, ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ໃນການສ້າງຕັ້ງທະນາຄານທຸລະກິດຍັງບໍ່ທັນສູງ, ການກຳນົດສິດ ແລະ ໜ້າທີ່ຂອງສະພາບໍລິຫານ, ຜູ້ອຳນວຍການ ແລະ ຜູ້ບໍລິການອື່ນໆຍັງບໍ່ສອດຄ່ອງ, ຍັງບໍ່ທັນໄດ້ກຳນົດສິດ ແລະ ພັນທະກໍ່ຄືການປະຕິບັດໜ້າທີ່ຂອງຕົນຢ່າງເປັນເຈົ້າການ ອັນໄດ້ສ້າງບັນຫາທາງດ້ານສິນເຊື່ອທີ່ບໍ່ເກີດດອກອອກຜົນ. ກົດໝາຍສະບັບປັດຈຸບັນ ຍັງໄດ້ກຳນົດຂອບເຂດການເຄື່ອນໄຫວດ້ານການເງິນກວ້າງເກີນໄປ ໂດຍບໍ່ໄດ້ກຳນົດເງື່ອນໄຂສຳລັບການດຳເນີນທຸລະກິດແຕ່ລະດ້ານຢ່າງຊັດເຈນ ເມື່ອມີຕະຫຼາດທຶນ ແລະ ຕະຫຼາດການເງິນອື່ນໆເກີດຂຶ້ນ.
ສຳລັບການແກ້ໄຂພາວະວິກິດຂອງທະນາຄານ ແຫ່ງ ສປປ ລາວ ຍັງບໍ່ສາມາດປະຕິບັດມາດຕະການແຕ່ຫົວທີ ເພື່ອປ້ອງກັນ ແລະ ແກ້ໄຂບັນຫາຄວາມອ່ອນແອຂອງທະນາຄານທຸລະກິດ ທີ່ເກີດຂຶ້ນໃນໄລຍະຜ່ານມາ ເຖິງວ່າຈະບໍ່ທັນມີທະນາຄານທຸລະກິດໃດລົ້ມລະລາຍ ແຕ່ມີບາງທະນາຄານທຸລະກິດມີຄວາມສ່ຽງ ເຊິ່ງເຫັນວ່າການແກ້ໄຂຍັງບໍ່ທັນສອດຄ່ອງ, ຊັກຊ້າ, ແກ່ຍາວ ສ້າງຜົນກະທົບແກ່ຜູ້ຝາກເງິນ. ສ່ວນການຄຸ້ມຄອງດ້ານ ຄວາມໝັ້ນຄົງຂອງທະນາຄານທຸລະກິດ ຕາມລະບຽບການຜ່ານມາ ໂດຍລວມແມ່ນມີປະສິດທິຜົນດີສົມຄວນ ແຕ່ຍັງບໍ່ທັນແທດເໝາະກັບສະພາບການໃນໄລຍະໃໝ່, ບໍ່ສາມາດເປັນເຄື່ອງມືຊຸກຍູ້ໃຫ້ແກ່ການເຄື່ອນໄຫວຕາມສະພາບແວດລ້ອມຕົວຈິງ ເຊິ່ງເຮັດໃຫ້ການບໍລິການ ແລະ ການປ້ອງກັນຄວາມສ່ຽງຍັງຈຳກັດ. ນອກນີ້, ທະນາຄານທຸລະກິດຍັງມີຄວາມຈຳເປັນຕ້ອງມີການປັບຕົວ ແລະ ສ້າງເງື່ອນໄຂໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນ ( AEC ) ໂດຍສະເພາະການປັບຕົວໃຫ້ເປັນທະນາຄານມາດຕະຖານອາຊຽນ.


ທ່ານຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໃຫ້ຮູ້ອີກວ່າ: ຮ່າງກົດໝາຍສະບັບປັບປຸງນີ້ ປະກອບມີ 11 ພາກ, 14 ໝວດ ແລະ 106 ມາດຕາ; ສ່ວນກົດໝາຍສະບັບປັດຈຸບັນ ມີ 8 ພາກ 7 ໝວດ 89 ມາດຕາ ເຊິ່ງມີການປັບປຸງຮຽບຮຽງເນື້ອໃນຄືນໃໝ່ 62 ມາດຕາ, ເພີ່ມໃໝ່ 41 ມາດຕາ ແລະ ຕັດອອກ 13 ມາດຕາ. ເນື້ອໃນຂອງຮ່າງກົດໝາຍສະບັບນີ້ໄດ້ກຳນົດຫຼັກການພື້ນຖານໃນການເຄື່ອນໄຫວ ແລະ ຄຸ້ມຄອງທະນາຄານທຸລະກິດ ເພື່ອໃຫ້ສອດຄ່ອງກັບໂຄງສ້າງຂອງກົດໝາຍໃນໄລຍະໃໝ່; ປັບປຸງຂອບເຂດການຂໍອະນຸຍາດດຳເນີນທຸລະກິດທະນາຄານ ໃຫ້ສອດຄ່ອງກັບຂັ້ນຕອນທີ່ກຳນົດໄວ້ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ; ປັບປຸງທຶນຈົດທະບຽນຂອງທະນາຄານທຸລະກິດ ຈາກ 300 ຕື້ ຂຶ້ນເປັນ 500 ຕື້ກີບ; ປັບປຸງການລົງທຶນຕ່ຳສຸດຂອງສາຂາທະນາຄານ ຈາກ 100 ຕື້ ຂຶ້ນເປັນ 300 ຕື້ກີບ ເພື່ອໃຫ້ທະນາຄານທຸລະກິດມີຄວາມເຂັ້ມແຂງ.


ສິ່ງສຳຄັນໄດ້ເພີ່ມມາດຕະການແກ້ໄຂແຕ່ຫົວທີແກ່ທະນາຄານທຸລະກິດທີ່ຢູ່ໃນພາວະວິກິດ ໂດຍທະນາຄານ ແຫ່ງ ສປປ ລາວ ຕ້ອງສ້າງລະບົບຕິດຕາມ ເພື່ອໃຫ້ສາມາດຮູ້ໄດ້ສາເຫດ ແລະ ວິທີການແກ້ໄຂຟື້ນຟູທີ່ເໝາະສົມຕໍ່ທະນາຄານທຸລະກິດທີ່ມີຄວາມອ່ອນແອ ໃຫ້ທັນກັບສະພາບການ, ຫຼຸດຜ່ອນຄວາມສ່ຽງຕໍ່ເສດຖະກິດມະຫາພາກ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ຝາກເງິນໃນຕໍ່ໜ້າ.
ຜ່ານການປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ ( ສະບັບປັບປຸງ ) ຂອງບັນດາ ສສຊ ແມ່ນເຫັນດີເປັນເອກະພາບດ້ວຍຄະແນນສຽງເຫັນດີ 109 ສຽງ ເທົ່າກັບ 95%, ບໍ່ເຫັນດີ 4 ສຽງ ເທົ່າກັບ 3% ແລະ ງົດອອກສຽງ 2 ສຽງ ເທົ່າກັບ 2% ຈາກທັງໝົດ 115 ສຽງ.
( ຂ່າວ: ສົມລົດ; ຮູບ: ສອນໄຊ )

ທີ່ມາ: ຂ່າວສານເສດຖະກິດ-ການຄ້າ

Comments