ຈັດກອງປະຊຸມ ທົບທວນການປະຕິບັດ ມາດຕະການຕອບໂຕ້ໄພນໍ້າຖ້ວມ ຢູ່ແຂວງອັດຕະປື

ໃນວັນທີ 19 ທັນວາ 2018 ທີ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ, ກະ ຊວງສາທາລະນະສຸກ ຮ່ວມກັບ ອົງການອະນາໄມໂລກ ໄດ້ຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ມາດຕະການຕອບໂຕ້ໄພນໍ້າຖ້ວມ ຢູ່ແຂວງອັດຕະປື, ເພື່ອທົບທວນຄືນເຫດການ ແລະ ການປະ ຕິບັດການຊ່ວຍເຫຼືອ ໃນໄລຍະເກີດໄພນ້ຳຖ້ວມ,

ພ້ອມແລກປ່ຽນບົດຮຽນ, ປະສົບການທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດ ວຽກງານຂະແໜງສາທາລະນະສຸກ ຮ່ວມກັບບັນດາຄູ່ຮ່ວມງານ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕອບໂຕ້ ຕໍ່ເຫດການສຸກເສີນທາງທຳມະຊາດ, ໂດຍສະເພາະດ້ານສາທາລະນະສຸກ ໃນຕໍ່ໜ້າໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນ.

ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ໃນການຕອບໂຕ້ໄພນໍ້າຖ້ວມ ຢູ່ແຂວງອັດຕະປື, ພວກເຮົາໄດ້ປິ່ນປົວ ແລະ ຟື້ນຟູ ການບາດເຈັບທັງຮ່າງກາຍ ແລະ ຈິດໃຈ. ພ້ອມທັງປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດຕ່າງໆ.

ທ່ານ ດຣ. ມາກ ຈາກຄອບ ຕາງໜ້າອົງການອະນາໄມໂລກ ປະຈໍາລາວ ກ່າວວ່າ: ກອງປະ ຊຸມຄັ້ງນີ້, ຈະມີການລະບຸຜົນສໍາເລັດ, ສິ່ງທ້າທາຍໃນການຕອບໂຕ້ຂະແໜງສາທາລະນະສຸກ ໃນໄລ ຍະໄພນໍ້າຖ້ວມ ຢູ່ແຂວງອັດຕະປື ແລະ ສົນທະນາການປັບປຸງຄວາມອາດສາມາດ ໃນລະດັບປະເທດ.

ຂໍ້ມູນຈາກ: ຂປລ.

Comments