ເປີດນຳໃຊ້ ການຊໍາລະຄ່າພາສີທີ່ດິນ ຜ່ານລະບົບຂອງທຄຕລ ແລະ 6 ທະນາຄານຕົວແທນ

ວັນທີ 17 ທັນວາ 2018 ຜ່ານມາ ຢູ່ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາ ແລະ ເປີດນໍາໃຊ້ລະບົບຊໍາລະຄ່າພາສີທີ່ດິນຜ່ານລະບົບຂອງ ທະນາຄານ ລະຫວ່າງ ກົມສ່ວຍສາອາກອນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ).

ຕາງໜ້າລົງນາມສັນຍາໃນຄັ້ງນີ້ໂດຍ ທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າສ່ວຍສາອາກອນ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະນຳ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທະນາຄານແຫ່ງ ສປປ ລາວ, ຄະນະກົມຂອງສະພາແຫ່ງຊາດ, ຄະນະກົມຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະກົມ, ຄະນະພະແນກ ອ້ອມຂ້າງກະຊວງການເງິນ, ພະແນກການເງິນນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈຳນະຄອນຫຼວງ, ສ່ວຍສາອາກອນປະຈຳ 9 ຕົວເມືອງ, ຄະນະອໍານວຍການ, ຄະນະພະແນກ, ຄະນະສູນ ແລະ ສາຂາ ຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງກົມສ່ວຍສາອາກອນ, ທຄຕລ, ນາຍບ້ານຈຳນວນໜຶ່ງ ແລະພ້ອມທັງສື່ມວນຊົນຈາກຫຼາຍພາກສ່ວນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ທຄຕລ ເລີ່ມຕົ້ນການຮ່ວມມືກັບກົມສ່ວຍສາອາກອນຄັ້ງທໍາອິດແມ່ນການຮັບຊໍາລະຄ່າທໍານຽມທາງຜ່ານ ທຄຕລ ໃນທ້າຍປີ 2017 ເຊິ່ງໄດ້ຮັບຜົນສໍາເລັດສູງ ໂດຍໄດ້ຮັບຄວາມສົນໃຈ ແລະ ຄວາມເຊື່ອຖືຈາກສັງຄົມຢ່າງກວ້າງຂວາງ.

ສືບເນື່ອງຈາກໂຄງການດັ່ງກ່າວພາກລັດຈຶ່ງເລັງເຫັນໄດ້ວ່າ ການເກັບລາຍຮັບເຂົ້າງົບປະມານແຫ່ງລັດຜ່ານທະນາຄານນີ້ ເຮັດໃຫ້ມີຄວາມສະດວກຕໍ່ປະຊາຊົນ ແລະ ພາກລັດ ເຊິ່ງສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ທັນເວລາ, ຖືກຕ້ອງ, ມີຄວາມໂປ່ງໃສ ແລະ ສາມາດກວດສອບຄືນໄດ້.

ພາຍຫຼັງທີ່ກະຊວງການເງິນອອກຂໍ້ຕົກລົງສະບັບເລກທີ 1630/ກງ ລົງວັນທີ 31 ພຶດສະພາ 2018 ທີ່ ມອບໃຫ້ ທຄຕລ ເປັນເຈົ້າການໃນການພັດທະນາລະບົບຮັບຊໍາລະຄ່າພາສີທີ່ດິນ ຜ່ານລະບົບທະນາຄານ, ຄະນະຮັບຜິດຊອບໂຄງການຊຳລະຄ່າພາສີທີ່ດິນ ກະຊວງການເງິນ ແລະ ທຄຕລ ກໍໄດ້ສຸມໃສ່ການກະກຽມຄວາມພ້ອມໃນທຸກດ້ານ ເປັນຕົ້ນແມ່ນ ການພັດທະນາລະບົບ, ການອອກຄຳແນະນຳ ແລະ ນິຕິກຳທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ລວມທັງການກະກຽມຄວາມພ້ອມໃຫ້ກັບພະນັກງານບໍລິການ ໂດຍການຈັດຝຶກອົບຮົມການນຳໃຊ້ລະບົບໃຫ້ກັບພະນັກງານສ່ວຍສາອາກອນ ແລະທຄຕລ ໃນທົ່ວປະເທດ, ເຊິ່ງໃນເບື້ອງຕົ້ນ ໄດ້ມີການທົດລອງນໍາໃຊ້ລະບົບດັ່ງກ່າວໃນເດືອນ ພະຈິກ 2018 ທີ່ຜ່ານມານີ້ ຢູ່ທີ່ກະຊວງການເງິນ ແລະ ທີ່ ທຄຕລ.ປັດຈຸບັນ ການພັດທະນາລະບົບຮັບຊໍາລະຄ່າພາສີທີ່ດິນ ຜ່ານລະບົບທະນາຄານ ແມ່ນໄດ້ສໍາເລັດ ແລະ ພ້ອມແລ້ວທີ່ຈະໃຫ້ບໍລິການລູກຄ້າ.

ຈາກໝາກຜົນຂອງການຮ່ວມມື-ປະສານສົມທົບກັນທີ່ດີ ໃນໄລຍະຜ່ານມາ ກົມສ່ວຍສາອາກອນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈຶ່ງຕົກລົງເຫັນດີເປັນເອກະພາບກັນກໍານົດການເຊັນສັນຍາວ່າດ້ວຍການໃຫ້ບໍລິການຮັບຊຳລະຄ່າພາສີທີ່ດິນ ຜ່ານລະບົບທະນາຄານ ລະຫວ່າງ ກົມສ່ວຍສາອາກອນ ກະຊວງການເງິນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ,

ພ້ອມດ້ວຍຕົວແທນຮັບຊໍາລະຄ່າພາສີທີ່ດິນທັງ 06 ທະນາຄານ ປະກອບມີ: ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາຄານລາວຫວຽດ, ທະນາຄານລາວຈີນ, ທະນາຄານຮ່ວມພັດທະນາ ແລະ ທະນາຄານການຄ້າສາກົນ (BIC) ກໍໄດ້ຕົກລົງເຫັນດີເປັນເອກະພາບກັນ ເຊັນສັນຍາການເປັນຕົວແທນການໃຫ້ບໍລິການຮັບຊໍາລະຄ່າພາສີທີ່ດິນ ຜ່ານລະບົບທະນາຄານທັງ 06 ທະນາຄານຕົວແທນ ຂຶ້ນໃນມື້ນີ້,

ເຊິ່ງຈະໃຫ້ບໍລິການຊໍາລະຄ່າພາສີທີ່ດິນໃຫ້ແກ່ລູກຄ້າຜ່ານລະບົບເອເລັກໂຕຣນິກ, ເຄົາເຕີ້ບໍລິການໃນທົ່ວລະບົບຂອງ ທຄຕລ, ຜ່ານ App BCEL ONE, ຜ່ານຕົວແທນຮັບຊໍາລະຄ່າພາສີທີ່ດິນ 06 ທະນາຄານ ເຊິ່ງປະຊາຊົນໃນຂອບເຂດທົ່ວປະເທດ ສາມາດຊຳລະຄ່າພາສີທີ່ດິນ ຜ່ານລະບົບທະນາຄານໄດ້ ນັບແຕ່ມື້ນີ້ເປັນຕົ້ນໄປ.

ການຊໍາລະພາສີທີ່ດິນສາມາດຊໍາລະໄດ້ 3 ຊ່ອງທາງຄື: ຜ່ານແອັບ BCEL One, ຜ່ານເຄົ້າເຕີ້ ທຄຕລ ແລະ ຜ່ານທະນາຄານຕົວແທນທັງ 06 ທະນາຄານ ແລະ ຜ່ານຕົວແທນຮັບຊຳລະທົ່ວປະເທດ.

ໃນການຊໍາລະພາສີທີ່ດິນຜ່ານລະບົບຂອງ ທຄຕລ ນີ້ ພຽງແຕ່ປະກອບເອກະສານ ຄື: ໃບຕາດິນ ຫຼື ໃບຢັ້ງຢືນສິດນໍາໃຊ້ ພ້ອມດ້ວຍໃບບິນຮັບເງິນຊໍາລະປີຫຼ້າສຸດທີ່ທ່ານຊໍາລະ ເຊິ່ງສາມາດນໍາໃຊ້ສະບັບສໍາເນົາ ຫຼື ຕົ້ນສະບັບກໍໄດ້ ເພື່ອປະກອບເອກະສານຊໍາລະພາສີທີ່ດິນ, ຫຼັງຈາກຊໍາລະແລ້ວຈະໄດ້ຮັບໃບບິນເພື່ອເປັນຫຼັກຖານໃນການຊໍາລະໃຫ້ແກ່ເຈົ້າຂອງໃບຕາດິນ.

ການເຊັນສັນຍາໃນຄັ້ງນີ້ ຖືເປັນການຮ່ວມມືທີ່ດີອີກຄັ້ງ ລະຫວ່າງ ກົມສ່ວຍສາອາກອນ ກະຊວງການເງິນ ແລະ ທຄຕລ ພ້ອມດ້ວຍທະນາຄານຕົວແທນທັງ 06 ທະນາຄານ ໃນການຈັດເກັບລາຍຮັບຂອງລັດ ໂດຍສະເພາະແມ່ນການເກັບຄ່າພາສີທີ່ດິນໃນທົ່ວປະເທດ ໃຫ້ສະດວກ ວ່ອງໄວ ທັນສະໄໝ ແລະ ຊ່ວຍໃຫ້ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ ມີປະສິດທິຜົນຍິ່ງຂຶ້ນ.

ຂອບໃຈແຫຼ່ງຂໍ້ມູນ

Comments