ບໍລິສັດ ເບຍລາວ ຈໍາກັດ ໄດ້ມອບທຶນການສຶກສາ ໃຫ້ແກ່ນັກສຶກສາວິທະຍາໄລຄູປາກເຊ ແລະ ນັກສຶກສາ ມະຫາວິທະຍາໄລ ຈໍາປາສັກ (ມ.ຈ) ພ້ອມທັງມອບອຸປະກອນການແພດໃຫ້ໂຮງໝໍແຂວງຈຳປາສັກ, ໂຮງໝໍ ແລະ ສຸກສາລາ ເມືອງປະທຸມພອນ ແລະ ມອບທຶນບູລະນະອາຄານຮຽນໃຫ້ແກ່ໂຮງຮຽນປະຖົມ – ມັດທະຍົມຕອນຕົ້ນພະໂພ ລວມມູນຄ່າ 427 ລ້ານກວ່າກີບ ເພື່ອຕອບແທນແກ່ສັງຄົມ.
ພິທີມອບທຶນການສຶກສາ ໃຫ້ນັກສຶກສາວິທະຍາໄລຄູປາກເຊ ແລະ ນັກສຶກສາ ມ.ຈ ຈັດຂຶ້ນໃນວັນທີ 12 ທັນວາ 2018 ຢູ່ສະໂມສອນວິທະຍາໄລຄູ ປາກເຊ, ໃນພິທີ ແຕ່ລະພາກສ່ວນ ໄດ້ຜ່ານບົດລາຍງານການເຄື່ອນໄຫວຂອງນັກສຶກສາທີ່ໄດ້ຮັບທຶນຈາກບໍລິສັດ ເບຍລາວ ຈໍາກັດ ໃນສົກຮຽນ 2017-2018 ທີ່ຜ່ານມາ, ຈາກນັ້ນ ກໍໄດ້ມອບທຶນໃຫ້ແກ່ນັກສຶກສາ ເຊິ່ງໃຫ້ກຽດມອບໂດຍທ່ານ ວຽງເພັດ ພັນທະວົງ ຜູ້ອໍານວຍການ ຝ່າຍບໍລິຫານ ແລະ ກິດຈະກໍາເພື່ອສັງຄົມ ບໍລິສັດ ເບຍລາວ ຈໍາກັດ, ຕາງໜ້ານັກສຶກສາວິທະຍາໄລຄູປາກເຊ ຮັບໂດຍທ່ານ ສົມໄຊ ເທບສົມບັດ ຮອງຜູ້ອໍານວຍການວິທະຍາໄລຄູປາກເຊ; ຕາງໜ້ານັກສຶກສາ ມ.ຈ ຮັບໂດຍທ່ານ ຄໍາພາ ຫອມສົມບັດ ຮອງອະທິການບໍດີ ມ.ຈ. ມີທ່ານ ດໍາໝີ ສິງດວງຈັນ ຜູ້ອໍານວຍການ ຝ່າຍບຸກຄະລາກອນ, ບໍລິຫານ ແລະ ກິດຈະກໍາເພື່ອສັງຄົມໂຮງງານເບຍລາວແຂວງຈໍາປາສັກ ພ້ອມດ້ວຍຄູ, ອາຈານ ແລະ ນັກສຶກສາທີ່ໄດ້ຮັບທຶນ ຈາກສອງພາກສ່ວນດັ່ງກ່າວເຂົ້າຮ່ວມເປັນສັກຂີພະຍານ.
ນັກສຶກສາວິທະຍາໄລຄູປາກເຊ ທີ່ໄດ້ຮັບທຶນ ຈາກ ບໍລິສັດ ເບຍລາວ ຈໍາກັດ ໃນສົກຮຽນ 2018-2019 ນີ້ ມີ 20 ທຶນ ມູນຄ່າ 64 ລ້ານກີບ; ນັກສຶກສາ ມ.ຈ ມີ 40 ທຶນ ມູນຄ່າ 118 ລ້ານກີບ ເຊິ່ງເງື່ອນໄຂນັກສຶກສາທີ່ໄດ້ຮັບທຶນ ແມ່ນນັກສຶກສາທີ່ທຸກຍາກ, ດ້ອຍໂອກາດ, ເພດຍິງ, ຊົນເຜົ່າ, ຮຽນດີ, ຮຽນເກັ່ງ, ຄຸນສົມບັດດີ, ມີຄວາມດຸໝັ່ນ ແລະ ຕັ້ງໃຈສຶກສາຮໍ່າຮຽນ.
ສ່ວນພິທີມອບອຸປະກອນການແພດໃຫ້ໂຮງໝໍແຂວງຈຳປາສັກ, ໂຮງໝໍ ແລະ ສຸກສາລາເມືອງປະທຸມພອນ ແລະ ມອບທຶນບູລະນະ ອາຄານຮຽນໃຫ້ແກ່ໂຮງຮຽນປະຖົມ – ມັດທະຍົມຕອນຕົ້ນພະໂພຈັດ ຂຶ້ນໃນວັນທີ 13 ທັນວາ 2018 ທີ່ໂຮງງານເບຍລາວແຂວງຈຳປາສັກ ບ້ານຫຼັກ 19 ເມືອງປະທຸມພອນ ເຊິ່ງໃຫ້ກຽດມອບໂດຍທ່ານ ວຽງເພັດ ພັນທະວົງ ຜູ້ອຳນວຍການຝ່າຍບໍລິຫານ ແລະ ກິດຈະກຳເພື່ອສັງຄົມ ບໍລິສັດເບຍລາວ ແລະ ຕາງໜ້າຮັບໂດຍ ຮອງອຳນວຍການໂຮງໝໍແຂວງຈຳປາສັກ,ໂຮງໝໍເມືອງປະທຸມພອນ, ອຳນວຍການໂຮງຮຽນ, ໂດຍການເຂົ້າຮ່ວມມີ ທ່ານ ຄຳແດງ ພົມມາພັກດີ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ດຳໝີ ສິງດວງຈັນ ຜູ້ອຳນວຍການ ຝ່າຍບຸກຄະລາກອນ, ບໍລິຫານ ແລະ ກິດຈະກໍາເພື່ອສັງຄົມ ໂຮງງານເບຍລາວແຂວງຈຳປາສັກ ພ້ອມຄະນະ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງເຂົ້າຮ່ວມເປັນສັກຂີພະຍານ.
ອຸປະກອນການແພດທີ່ມອບໃຫ້ໂຮງແຂວງໝໍຈໍາປາສັກ ຄິດເປັນມູນຄ່າ 90 ລ້ານກວ່າກີບ, ໂຮງໝໍເມືອງປະທຸມພອນ ມູນຄ່າ 58 ລ້ານກວ່າກີບ, ສຸກສາລາເມືອງປະທຸມພອນ ມູນຄ່າ 28 ລ້ານກວ່າກີບ, ທຶນບູລະນະສອ້ມແປງອາຄານຮຽນ ໃຫ້ແກ່ໂຮງຮຽນປະຖົມສົມບູນພະໂພ ມູນຄ່າ 29 ລ້ານກວ່າກີບ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ພະໂພມູນຄ່າ 20 ລ້ານກີບ.
ໃນໂອກາດນີ້ ທ່ານ ວຽງເພັດ ພັນທະວົງ ຜູ້ອໍານວຍການຝ່າຍບໍລິຫານ ແລະ ກິດຈະກໍາເພື່ອສັງຄົມ ບໍລິສັດ ເບຍລາວ ຈໍາກັດ ໃຫ້ຮູ້ວ່າ: ບໍລິສັດເບຍລາວ ໄດ້ປະກອບສ່ວນພັນທະຕໍ່ລັດຖະບານນັບມື້ສູງຂຶ້ນເລື້ອຍໆ, ໃນທ້າຍປີ 2017 ສາມາດມອບພັນທະໃຫ້ລັດຖະບານໄດ້ເຖິງ 1.812 ຕື້ກີບ ແລະ ເປົ້າໝາຍ ປີ 2018 ຈະມອບພັນທະໃຫ້ລັດຖະບານ ໃຫ້ໄດ້ 1.820 ຕື້ກີບ.
ນອກນີ້ ບໍລິສັດເບຍລາວຍັງມີໂຄງການຕອບແທນແກ່ສັງຄົມ ໂດຍສະເພາະດ້ານການສົ່ງເສີມຮີດຄອງປະເພນີ, ການສຶກສາ, ກິລາ ແລະ ດ້ານສາທາລະນະສຸກ ເຊິ່ງການມອບທຶນການສຶກສາ ແລະ ອຸປະກອນການແພດຄັ້ງນີ້ ກໍເປັນໜຶ່ງໃນໂຄງການດັ່ງກ່າວລວມມູນຄ່າ 427 ລ້ານກີບ.
ຂໍ້ມູນຈາກ: ນສພ ຈໍາປາໃໝ່
ຂ່າວ-ພາບ: ທູນທອງໃຈ + ຄຳຫຼ້າ