ທ່ານ ທອງລຸນ ສີສຸລິດ ພົບປະໂອ້ລົມ ຊີ້ນໍາ ການນຳຫຼັກແຫຼ່ງ ແຂວງເຊກອງ

ໃນຕອນເຊົ້າ ຂອງວັນທີ 18 ທັນວາ 2018 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງ ຂອງແຂວງເຊກອງ ໂດຍມີທ່ານ ຄຳເຜີຍ ບຸດດາວຽງ, ເຈົ້າແຂວງໆເຊກອງ ພ້ອມດ້ວຍ ຄະນະນຳ ແລະ ພາກ ສ່ວນທີ່ກ່ຽວຂ້ອງຂອງແຂວງ ໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງ ຢູ່ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ.

 ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງ ການລາຍງານຫຍໍ້ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງປະຈຳປີ 2018 ເຫັນວ່າ: ທົ່ວແຂວງ ສືບຕໍ່ມີຄວາມສະຫງົບ ທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວ 8,3%, ລາຍຮັບສະເລ່ຍຕໍ່ຫົວຄົນ 1.623 ໂດລາ/ຄົນ/ປີ, ການເກັບລາຍຮັບເຂົ້າງົບປະມານ ຮອດປະຈຸບັນ ປະຕິບັດໄດ້ 93% ຂອງແຜນການ, ຄອບຄົວທຸກຍາກ ຍັງເຫຼືອ 8,7%, ອັດຕາເຂົ້າຮຽນສຸດທິ ຊັ້ນປະຖົມ ກວມ 97%, ມັດທະຍົມຕົ້ນ ກວມ 84,7%, ມັດທະຍົມຕອນປາຍ ກວມ 56,8% ແລະ ອື່ນໆ.

 ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ຄະນະພັກ, ຄະນະນຳ ແລະ ພາກສ່ວນທີ່ກ່ຽວ ຂ້ອງຂອງແຂວງ ໂດຍໄດ້ຍົກໃຫ້ເຫັນ ສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ສຳຄັນຂອງຊາດ, ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບບັນດາປະເທດຈຳນວນໜຶ່ງ, ສະພາບການ ທີ່ເກີດຂຶ້ນຢູ່ໃນພາກພຶ້ນ ແລະ ສາກົນ ທີ່ພົ້ນເດັ່ນ, ມູນເຊື້ອອັນດີງາມ ຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ແລະ ອື່ນໆ.

 

ທ່ານໄດ້ມີຄຳເຫັນຊີ້ນຳ ແກ່ການນຳຂອງແຂວງ ໃຫ້ສືບຕໍ່ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ເລິກເຊິ່ງເຖິງຖອງ ແລະ ເປັນປົກກະຕິຕໍ່ເນື່ອງ; ສຸມໃສ່ປະຕິບັດວຽກງານແກ້ໄຂຄວາມທຸກຍາກ ຂອງປະຊາຊົນ  ໃຫ້ນັບມື້ດີຂຶ້ນເປັນກ້າວໆ ໂດຍເຮັດໃຫ້ປະຊາຊົນ ຮູ້ຈັກວິທີທຳມາຫາກິນ, ມີຢູ່ມີກິນ, ຮູ້ຄ້າ-ຮູ້ຂາຍ, ຮູ້ລົງທຶນ, ຮູ້ທຳການຜະລິດແບບໃໝ່ ທີ່ທັນສະໄໝ ຊຶ່ງການແກ້ໄຂຄວາມທຸກຍາກນັ້ນ ແມ່ນໃຫ້ເນັ້ນໃສ່ຄຸນນະພາບ ແລະ ຄວາມຍືນຍົງ ເປັນສິ່ງສຳຄັນ (ບໍ່ໃຫ້ແລ່ນນຳຕົວເລກພຽງດ້ານດຽວ); ເອົາໃຈໃສ່ດຶງດູດການລົງທຶນ ໃຫ້ຫຼາຍກວ່າເກົ່າ ໂດຍຄວບຄູ່ໄປດ້ວຍຄຸນນະພາບ ແລະ ມີປະສິດທິຜົນສູງ (ຕ່າງຝ່າຍຕ່າງມີຜົນປະໂຫຍດ ຕະຫຼອດຮອດປະຊາຊົນ ກໍ່ໃຫ້ມີຜົນປະໂຫຍດ); ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຊາດ, ຂອງເຜົ່າ ກໍຄື ມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັນພຽນ, ສາມັກຄີຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງປະຊາຊົນຊາວແຂວງເຊກອງ ໃຫ້ກວ້າງຂວາງ ແລະ ຍືນຍົງຕະຫຼອດໄປ.

ທັງໝົດນັ້ນ, ກໍເພື່ອສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງເຊກອງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປພົບປະໂອ້ລົມ ຄູອາຈານ ແລະ ນັກສຶກສາ ທີ່ໂຮງຮຽນເຕັກນິກວິຊາຊີບປະສົມຂອງແຂວງ ແລະ ໂຮງຮຽນສາມັນກິນ-ນອນຊົນເຜົ່າຂອງແຂວງ.

 ການໄປຢ້ຽມຢາມໂຮງຮຽນແຕ່ລະບ່ອນ, ທ່ານນາຍົກລັດຖະມົນຕີ ໄດ້ມອບເຄື່ອງໃຊ້ຫ້ອງການ (ຄອບພິວເຕີ, ເຄື່ອງພິມເອກະສານ ແລະ ອື່ນໆ ຈຳນວນ 2 ຊຸດ) ພ້ອມດ້ວຍເງິນສົດ ຈໍານວນ 20 ລ້ານກີບ.

ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມໂຄງການປູກອ້ອຍ ແລະ ຜະລິດນໍ້າຕານ ລວມທັງ ຟາມລ້ຽງງົວ ຂອງບໍລິສັດ ແມ່ນໍ້າຂອງຮ່ວມທຸລະກິດ ຈຳກັດ ທີ່ບ້ານຕິ້ວ, ເມືອງລະມາມ ຕື່ມອີກ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ສນຍ

Comments