ສໍາມະນາ ທັກສະການເຂົ້າຫາຂໍ້ມູນຂ່າວສານການຕະຫຼາດ ແລະ ນະວັດຕະກຳໃໝ່

ໃນວັນທີວັນທີ 19 ທັນວາ 2018 ຢູ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມສົ່ງເສີມການຄ້າ ໄດ້ຈັດກອງປະຊຸມ ສໍາມະນາ ໃນຫົວຂໍ້” ທັກສະການເຂົ້າຫາຂໍ້ມູນຂ່າວສານການຕະຫຼາດ ແລະ ນະວັດຕະກຳໃໝ່”, ໂດຍການເປັນປະທານຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີນັກວິທະຍາກອນ ຈາກພາກລັດ ແລະ ພາກທຸລະກິດ ໃຫ້ກຽດຂຶ້ນບັນຍາຍ.

ໃນກອງປະຊຸມສຳມະນາຄັ້ງນີ້, ມີບັນດາສຳມະນາກອນທີ່ຕາງໜ້າ ຈາກຂະແໜງ ສົ່ງເສີມການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ 18 ແຂວງທົ່ວປະເທດ ແລະ ບັນດາຫົວໜ່ວຍທຸລະກິດພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ພັນທອງ ພິດທຸມມາ ກ່າວວ່າ: ຈຸດປະສົງໃນການຈັດກອງປະຊຸມ ກໍເພື່ອເປັນການສ້າງໃຫ້ພະນັກງານຂອງລັດ ໂດຍສະເພາະຂະແໜງການສົ່ງເສີມການຄ້າ ແລະ ນັກທຸລະກິດລາວ ໄດ້ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ຄວາມເຂົ້າໃຈ ໃນການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານການຕະຫຼາດ ແລະ ຮູ້ຈັກນໍາໃຊ້ນະວັດຕະກໍາໃໝ່ ເຂົ້າໃນການພັດທະນາວຽກງານສົ່ງເສີມການຄ້າທັງພາຍໃນ ແລະ ຕ່າງປະເທດ

ເພື່ອສົ່ງເສີມໃຫ້ນັກທຸລະກິດລາວ ຮູ້ຈັກການຄ້າຜ່ານທາງ “ອິນເຕີເນັດ” ຫຼາຍໆທາງ ເພື່ອເພີ້ມຍອດການຜະລິດ ແລະ ຍອດຂາຍຂອງສິນຄ້າລາວ ໃຫ້ສາມາດການສົ່ງອອກຫຼາຍຂຶ້ນ, ສາມາດແຂ່ງຂັນ ກັບບັນດາປະເທດອາຊຽນ ແລະ ພາກພື້ນໄດ້.

ຂໍ້ມູນຈາກ: ຂປລ.

Comments