ເມືອງຊໍາໃຕ້ ເປີດປີທ່ອງທ່ຽວຕິດພັນກັບການອະນຸຮັກວັດທະນະທໍາ ແລະ ສົ່ງເສີມການຜະລິດ

ທ່ານ ທອງຫວັງ ຄູນທອນຮຸ່ງມີໄຊ   ຮອງເຈົ້າເມືອງໆຊຳໃຕ້ ກ່າວໃນໂອກາດພິທີເປີດປີທ່ອງທ່ຽວລາວຕິດພັນກັບການອະນຸຮັກ-ຮັກສາວັດທະນະທຳ ແລະ ສົ່ງເສີມຜະລິດຕະພັນ ຫັດຖະກຳ-ກະສິກໍາ ປະຈຳປີ 2018 ວ່າ:  ເມືອງຊຳໃຕ້ເປັນເມືອງພູດອຍ  ມີຄວາມອຸດົມສົມບູນໄປດ້ວຍແຫຼ່ງອາລິຍະທຳທາງປະຫວັດສາດ ແລະ ທໍາມະຊາດເຊັ່ນ:  ມີວັດວາອາຮາມທີ່ເກົ່າແກ່,  ມີຫ້ວຍນໍ້າລຳເຊ ຫຼາຍສາຍທີ່ສາມາດ ສ້າງເປັນເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ  ແລະ ກາງ, ມີພູຜາປ່າໄມ້ອັນຂຽວງາມຕະຫຼອດລະດູ.

 ການຈັດງານເປີດປີທ່ອງທ່ຽວລາວ ໃນປີ 2018 ນີ້ສຸດທີ່ມີຄວາມສໍາຄັນນອກຈາກຈະເປັນການເປີດກວ້າງໃຫ້ແຂກພາຍໃນ ແລະ ພາຍນອກ ໄດ້ຮັບຮູ້ເຖິງແຫຼ່ງທ່ອງທ່ຽວທີ່ສຳຄັນທາງດ້ານປະຫວັດສາດ, ທຳມະຊາດພາຍໃນເມືອງແລ້ວ, ຍັງເປັນການສົ່ງເສີມອະນຸຮັກ-ຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຂອງເຜົ່າໃຫ້ຄົງຢູ່ ແລະ ຄຽງຄູ່ກັນນີ້ ຍັງໄດ້ມີການສົ່ງເສີມບັນດາຜະລິດຕະພັນ ຫັດຖະກຳ ແລະ ກະສິກໍາ ເປັນສິນຄ້າ ໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ ທັງຕິດພັນກັບການທ່ອງທ່ຽວ, ເປັນການສ້າງລາຍຮັບໃຫ້ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ, ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນເມືອງຊຳໃຕ້ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ພິເສດເມືອງຊຳໃຕ້  ຍັງມີແຫຼ່ງທ່ອງທ່ຽວທາງທຳມະຊາດຫຼາຍແຫ່ງທີ່ງົດງາມ ແລະ ໜ້າທ່ຽວຊົມເປັນຕົ້ນແມ່ນ:  ຖໍ້າພະຍານາກ ຜາໜ່າງວິລະຊົນ ບ້ານເມືອງເກິນ,  ນໍ້າຕົກຕາດຜາຫວ່າງ  ບ້ານປາວເໜືອ, ນໍ້າຕົກຕາດແກ້ງວັງໄນ,  ທ່ຽວຊົມປ່າໄມ້ໃຫຍ່ໂລ່ງເລງ,  ຂີ່ເຮຶອເລາະຊົມທຳມະຊາດ ນໍ້າຊຳຕອນໃຕ້,  ມ້າມະນີກາບຖໍ້າຜາຮໍ,  ພະທາດເຈດີວັດສີມຸງຄຸນ ບ້ານເກົ່າວຽນໃຕ້, ທ່ຽວຊົມຜະລິດຕະພັນຜ້າໄໝມ້ອນ ແລະ ອື່ນໆ.

ນໍ້າຕົກຕາດ ຜາຫວ່າງ ທີ່ບ້ານປາວເໜືອ ເມືອງຊຳໃຕ້ ແຂວງຫົວພັນ.

ພິທີເປີດງານດັ່ງກ່າວຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ຢ່າງຄຶກຄື້ນມ່ວນຊື່ນ ໂດຍມີ ທ່ານ ເພີດ ມາປັນຍາ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຮິນທອງ ດວງຈັນສຸກ ເຈົ້າເມືອງຊຳໃຕ້, ມີການນຳຈາກພະແນກການຂັ້ນແຂວງ, ບັນດາເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມຢ່າງຫຼວງຫຼາຍ.

News 18.12.2018

ເມືອງຊຳໃຕ້ເປີດປີທ່ອງທ່ຽວລາວ 2018

Posted by ໂທລະພາບແຂວງຫົວພັນ on Tuesday, December 18, 2018

 

ຂໍ້ມູນຈາກ: ໂທລະພາບແຂວງຫົວພັນ

ພາບປະກອບຈາກອິນເຕີເນັດ.

Comments