ລັດຖະບານ ເຢຍລະມັນ ຊ່ວຍສ້າງທາງຊົນນະບົດ 2 ເມືອງ ຢູ່ແຂວງສະຫວັນນະເຂດ

ທ່ານ ເສີມຄຳ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດ ໄດ້ໃຫ້ຮູ້ວ່າ: ລັດຖະບານ ເຢຍລະມັນ ໄດ້ຕົກລົງສືບຕໍ່ຊ່ວຍເຫຼືອລ້າ ເພື່ອກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດໄລຍະ 1 ທີ່ໄດ້ຈັດຕັ້ງປະຕິບັດຢູ່ 2 ເມືອງທຸກຍາກຂອງແຂວງ ສະຫວັນນະເຂດຄື: ເມືອງນອງ ແລະ ເມືອງເຊໂປນ, ມີລວງຍາວທັງໝົດ 47,7 ກວ່າກິໂລແມັດ, ການກໍ່ສ້າງໄດ້ແບ່ງອອກເປັນ 3 ສັນຍາ, ມີໄລຍະເວລາການກໍ່ສ້າງແມ່ນ 18 ເດືອນ.

 ສັນຍາທີ 1 ​ແມ່ນ ບໍລິສັດ PMS ກໍ່ສ້າງຈຳກັດ,  ​ແມ່ນ​ກໍ່ສ້າງເສັ້ນທາງສາມແຍກທາງເລກ 9  ບ້ານດົງ ຫາ ບ້ານສະແລັນ,  ທາງນ້ຳເບີ 2.6306, ມີລວງຍາວ 24,3 ກິໂລແມັດ,  ໜ້າທາງກວ້າງ 5,5 ແມັດ,  ໃນມູນຄ່າ 14,52 ຕື້ກວ່າກີບ.

ສັນຍາທີ  2  ແມ່ນ ບໍລິສັດ TSB ກໍ່ສ້າງຂົວທາງຈຳກັດ,  ​ແຕ່ເສັ້ນທາງສາມແຍກບ້ານສະແລັນ ຫາ ບ້ານກາໂລ,  ທາງນ້ຳເບີ 2.6306, ລວງຍາວ 18 ກິໂລແມັດ,  ເມືອງເຊໂປນ, ໜ້າທາງກວ້າງ 4,5 ແມັດ,  ໃນມູນຄ່າ 13,34 ຕື້ກວ່າກີບ.

ສັນຍາທີ 3 ແມ່ນ ບໍລິສັດຫຼວງໄຊ  ກໍ່ສ້າງຂົວທາງ ແລະ ຮ່ວມກັບບໍລິສັດ PEC ຈຳກັດ  ທາງນ້ຳເບີ 5.6458, ບ້ານດົງນາສານ ຫາ ບ້ານພູນໝາກມີ້,  ລວງຍາວ 15,4 ກິໂລແມັດ, ເມືອງນອງ,  ໜ້າທາງກວ້າງ 4,5 ແມັດ, ມູນຄ່າ 7,54 ຕື້ກວ່າກີບ.

ການກໍ່ສ້າງທາງຊົນນະບົດ ຢູ່ແຂວງ ສະຫວັນນະເຂດໃນຄັ້ງນີ້  ໂດຍໄດ້ຮັບທຶນງົບປະມານການຊ່ວຍເຫຼືອລ້າ ຈາກລັດຖະບານເຢຍລະມັນ 85%,  ທຶນປະກອບສ່ວນຂອງລັດຖະບານລາວ 15%  ​ໃນ​ນັ້ນກະຊວງ ຍທຂ 10%  ແລະ ແຂວງສະຫວັນນະເຂດ 5%.

ພິທີເຊັນສັນຍາໂຄງການພັດທະນາຊົນນະບົດ ຢູ່ເຂດເມືອງນອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ເຢຍລະມັນ ໂດຍຜ່ານທະນາຄານພັດທະນາຂອງປະເທດເຢຍລະມັນ (KFW) ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍການຮ່ວມລົງນາມ ລະຫວ່າງທ່ານ ປະສົງສິນ ຈະເລີນສຸກ ຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ, ທ່ານ ເສີມຄຳ ຈັນທະວົງ ຫົວໜ້າໂຄງການພັດທະນາຊົນນະບົດ, ທ່ານ ລາຍເນີ ຄູນເລີ ຊ່ຽວຊານໂຄງການ ແລະ ຜູ້ອຳນວຍການ 3 ບໍລິສັດຜູ້ຮັບເໝົາກໍ່ສ້າງ.

ຂໍ້ມູນຈາກ: ຂປລ.

Comments