ສະພາແຫ່ງຊາດ ສະເໜີຜົນງານການເຄື່ອນໄຫວເຄິ່ງສະໄໝຜ່ານມາ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງ ການລາຍງານກ່ຽວກັບການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ຊຸດທີ VIII ກາງສະໄໝ 2016-2018, ທິດທາງຮອດກອງປະຊຸມ ຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນວຽກຈຸດສຸມ ຂອງສະພາແຫ່ງຊາດປີ 2019 ສະເໜີໂດຍ ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ;

ພ້ອມນັ້ນ, ຍັງໄດ້ຮັບຟັງການລາຍງານແຜນການສ້າງ ແລະ ປັບປຸງ ກົດໝາຍ ຂອງສະພາແຫ່ງຊາດ ໃນໄລຍະ 3 ປີຜ່ານມາ ແລະ ຮັບຟັງແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ປະຈຳປີ 2019 ສະເໜີໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ.

ຈາກນັ້ນ, ກອງປະຊຸມ ໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຂອງສູນກາງແນວລາວສ້າງຊາດ ຕໍ່ບົດລາຍງານຂອງສະພາແຫ່ງຊາດ, ລວມທັງການປະກອບຄຳຄິດເຫັນ ຂອງບັນດາ ສສຊ ທຸກເຂດເລືອກຕັ້ງ ເພື່ອເຮັດໃຫ້ວຽກງານໃນຂົງເຂດຕ່າງໆ ຂອງສະພາແຫ່ງຊາດ ໄດ້ຮັບການປັບປຸງດີຂຶ້ນ.  ການປະກອບຄໍາຄິດເຫັນຂອງ ສສຊ ຈະດໍາເນີນ ຮອດວັນທີ 20 ທັນວາ ຈຶ່ງສຳເລັດ.

ທີ່ມາ ຂປລ.

Comments