ສະມາຊິກສະພາແຫ່ງຊາດ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການລົດໄຟ

ໃນຕອນເຊົ້າຂອງວັນທີ 17 ທັນວາ 2018, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການລົດໄຟ ສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ບັນດາເນື້ອໃນ, ໂຄງຮ່າງພື້ນຖານ, ລວມທັງຈຸດປະສົງຄາດໝາຍ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ພາຍຫລັງທີ່ສະພາໄດ້ຮັບຮອງ ແລະ ປະກາດໃຊ້ກົດໝາຍສະບັບນີ້.

ຮ່າງກົດໝາຍ ສະບັບນີ້ປະກອບມີ 14 ພາກ, 21 ໝວດ 165 ມາດຕາ ເຊິ່ງໄດ້ກຳນົດລະບຽບຫຼັກການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມກວດກາ ວຽກງານການລົດໄຟ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານນີ້ ມີປະສິດທິພາບ, ທັນສະໄໝ ແລະ ຍືນຍົງ, ທັງເປັນມິດກັບສິ່ງແວດລ້ອມ.

ແນໃສ່ເຮັດໃຫ້ການດຳເນີນກິດຈະການ ການລົດໄຟ ແລະ ການຂົນສົ່ງທາງລົດໄຟ ມີຄວາມສະດວກ, ວ່ອງໄວ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ ທັງສາມາດເຊື່ອມຈອດ ເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ຈາກນັ້ນ, ໄດ້ເປີດໂອກາດໃຫ້ບັນດາສະມາຊິກສະພາແຫ່ງຊາດ ສສຊ ປະກອບຄຳຄິດຄຳເຫັນ ໃນແຕ່ລະໝວດ ແລະ ມາດຕາ ເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ ແລະ ສາມດຮັບຮອງໃນກອງປະຊຸມຄັ້ງນີ້. ສະມາຊິກສະພາແຫ່ງຊາດ (ສສຊ) ສະເໜີໃຫ້ອະນຸກຳມະການ ສ້າງຮ່າງກົດໝາຍວ່າດ້ວຍການລົດໄຟ (ກົດໝາຍສ້າງໃໝ່) ໃຫ້ຄົ້ນຄວ້າ ແລະ ພິຈາລະນາຄືນ ກ່ຽວກັບບັນຫາການຊົດເຊີຍທົດແທນຄ່າເສຍຫາຍໂຄງການກໍ່ສ້າງທາງລົດໄຟ ແລະ ການກຳນົດເຂດສະຫງວນທາງລົດໄຟ, ຊຶ່ງເຫັນວ່າຍັງບໍ່ທັນເໝາະສົມ, ລະອຽດຊັດເຈນ ແລະ ບໍ່ສອດຄ່ອງກັບສະພາບຕົວຈິງ.

 ບັນດາ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃນແຕ່ລະໝວດ ແລະ ມາດຕາ ຢ່າງເລິກເຊິ່ງກວ້າງຂວາງ ເພື່ອເຮັດໃຫ້ມີເນື້ອໃນສົມບູນຄົບຖ້ວນ ເຊິ່ງໃນຕອນແລງຂອງວັນດຽວກັນ ກອງປະຊຸມກໍໄດ້ຮັບຮອງຮ່າງກົດໝາຍສະບັບນີ້ ຢ່າງເປັນເອກະສັນ.

 

ຂໍ້ມູນຈາກ: ຂປລ.

ພາບປະກອບຈາກ ອິນເຕີເນັດ.

Comments