ແຂວງອຸດົມໄຊ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ 2 ເມືອງ

ພິທີປະກາດເມືອງຮຸນ ເປັນເມືອງທີ 6 ຂອງແຂວງອຸດົມໄຊ ທີ່ສາມາດປະກາດເປັນເມືອງຈົ້ບຊັ້ນມັດທະຍົມຕອນຕົ້ນບໍາລຸງສໍາລັບປະຊາຊົນ ໄດ້ຈັດຂື້ນຢ່າງສົມກຽດ ໃນຕອນເຊົ້າຂອງວັນທີ 6 ທັນວາ 2018 ຜ່າມາ ທີ່ເດີ່ນກິລາເມືອງຮຸນ,

ເຂົ້າຮ່ວມມີທ່ານ ບຸນຄົງ ຫຼ້າຈຽມພອນ ຄະນະປະຈຳພັກແຂວງ, ທ່ານ ຄຳພວງ ບຸນມີໄຊ ຄະນະປະຈຳພັກກະຊວງ ສຶກສາທິການ ແລະ ກິລາ, ທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກເຊີນຈາກບັນດາພະແນກການ, ເມືອງອ້ອມຂ້າງ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ປະຊາຊົນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ເມືອງຮຸນ ເປັນເມືອງທີ 6 ຂອງແຂວງ ທີ່ສາມາດປະກາດເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວເມືອງ ຖັດຈາກເມືອງຫຼາ, ເມືອງແບງ , ເມືອງນາໝໍ້, ເມືອງປາກແບງ ແລະ ເມືອງໄຊ

ປັດຈຸບັນແຂວງອຸດົມໄຊ ຍັງເຫຼືອແຕ່ເມືອງດຽວເທົ່ານັ້ນຄືເມືອງງາ ທີ່ຍັງບ່ທັນໄດ້ປະກາດຈົບຊັ້ນມັດທະຍົມຕອນຕົ້ນ ເຊິ່ງຢູ່ໃນໄລຍະກະກຽມປະເມີນຄືນ.

 

 

ທ່ານ ບຸນຕຽມ ສຸພັດທອນ ເຈົ້າເມືອງ-ເມືອງຮຸນ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫຼັງທີ່ທາງເມືອງສາມາດປະກາດທົ່ວເມືອງເປັນເມືອງຈົບຊັ້ນປະຖົມບໍາລຸງແລ້ວ, ຈາກນັ້ນ ກໍໄດ້ສືບຕໍ່ວາງແຜນການຮຽນ-ການສອນ ຊັ້ນມັດທະຍົມຕອນຕົ້ນ ບໍາລຸງສໍາລັບປະຊາຊົນ, ລົງເກັບກໍາຂໍ້ມູນປະຊາກອນໃນເກນອາຍຸ, ສົມທົບກັບຫຼາຍພາກສ່ວນປຸກລະດົມ ພ້ອມທັງລົງຕິຕາມຊຸກຍູ້, ປະເມີນ ແລະ ສະຫຼຸບລາຍງານສະພາບບັນຫາໃຫ້ສາຍຕັ້ງ, ສາຍຂວາງ ເປັນແຕ່ລະໄລຍະ, ຈົນມາຮອດປັດຈຸບັນນີ້ສາມາດປະກາດທົ່ວເມືອງ ເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນ ບໍາລຸງສໍາລັບປະຊາຊົນ.

ສຳລັບນັກຮຽນທີ່ໄດ້ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ບໍາລຸງສໍາລັບປະຊາຊົນໃນຄັ້ງນີ້ມີທັງໝົດ 3.189 ຄົນ, ຍິງ 1.200 ກວ່າຄົນ; ຄິດເປັນເປີເຊັນທຽບໃສ່ປະຊາກອນກຸ່ມອາຍຸ 15-30 ປີທີ່ຮູ້ໜັງສືແລ້ວ ເທົ່າກັບ 93.21 %.

ໃນພິທີຍັງໄດ້ມອບໃບຍ້ອງຍໍ ແລະ ໃບກຽດຕິຄຸນ ປະເພດຕ່າງໆ ໃຫ້ບຸກຄົນ, ກົມກອງລວມໝູ່, ທີ່ມີຜົນງານດີເດັ່ນຢ່າງສົມກຽດ ເພື່ອເປັນການຍັ້ງຍືນ ແລະ ຊົມເຊີຍຜົນສໍາເລັດອັນຍິ່ງໃຫຍ່ໃນຄັ້ງນີ້.

ຂ່າວແຈ້ງໃຫ້ຊາບຕື່ມວ່າ: ເມືອງປາກແບງ ແຂວງອຸດົມໄຊ ກໍໄດ້ຈັດພິທີປະກາດເປັນເມືອງຈົບຊັ້ນມັດທະຍົມຕອນຕົ້ນ ບໍາລຸງສໍາລັບປະຊາຊົນ, ເປັນເມືອງທີ 5 ຂອງແຂວງ ອຸດົມໄຊ ພິທີໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 5 ທັນວາ 2018 ນີ້,

ທີ່ເດີນຂອງໂຮງຮຽນ ມສ ປາກແບງ, ໂດຍການເປັນປະທານຂອງທ່ານ ຄຳເຜີຍ ງອນວັນຄຳ ເຈົ້າເມືອງ-ເມືອງປາກແບງ ເຂົ້າຮ່ວມມີທ່ານ ບຸນຄົງ ຫຼ້າຈຽມພອນ ຄະນະປະຈຳພັກແຂວງ,ມີ ທ່ານ ຄໍາພວງ ບຸນມີໄຊ ຄະນະປະຈຳພັກ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະ ກິລາ,

ພ້ອມດ້ວຍແຂກເຊີນຈາກບັນດາພະແນກການ, ເມືອງອ້ອມຂ້າງ, ຫ້ອງການ, ອົງການຈັດຕັ້ງມະຫາຊົນ, ຄູ-ອາຈານ, ນັກຮຽນ, ພໍ່ແມ່ປະຊາຊົນທົ່ວເມືອງເຂົ້າຮ່ວມ.

ການຮຽນ-ການສອນບໍາລຸງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2013 ເປັນຕົ້ນມາ ລວມທັງໝົດມີ 49 ບ້ານ ມີກຸ່ມເປົ້າໝາຍເຂົ້າຮຽນທັງໝົດ 1.747, ຍິງ 720 ຄົນ ສາມາດຮຽນຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງຈຳນວນ 1.624, ຍິງ 566 ເທົ່າກັບ 93 %.

ຂໍ້ມູນ-ພາບຈາກ: ເຟສບຸກ ສກຂ ອຸດົມໄຊ.

 

 

 

 

 

Comments