ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ

ສະຫາຍ ຟາມ ວັນເຈືອງ ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານຄະນະສັນຕິພາບ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມຂໍ່ານັບ

ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໃນວັນທີ 25 ທັນວາ 2018 ທີ່ຜ່ານມາ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 24-28 ທັນວາ 2018.
ໃນໂອກາດດັ່ງກ່າວ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສັນຕິພາບຫວຽດນາມ, ເຊິ່ງເປັນປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ,

ເວົ້າສະເພາະ ສອງອົງການຈັດຕັ້ງສັນຕິພາບ ໃຫ້ກ້າວເຂົ້າສູ່ລວງເລິກ, ເຊິ່ງໃນສະພາບການຂອງໂລກປັດຈຸບັນ ການພົວພັນຮ່ວມມື ລະຫວ່າງ ສອງອົງການຈັດຕັ້ງສັນຕິພາບ ຍິ່ງມີຄວາມຈຳເປັນທີ່ສຸດ ຄະນະສັນຕິພາບສອງຝ່າຍ ຈະຕ້ອງປະສານສົມທົບ ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອພາລະກິດສັນຕິພາບ ແລະ ການຮ່ວມມືເພື່ອການພັດທະນາ.

ຂໍ້ມູນຈາກ: ຂປລ.

Comments