ກະຊວງການຕ່າງປະເທດ ຈັດປາຖະກະຖາ ລະນຶກວັນສຳຄັນຕ່າງໆຂອງຊາດ.

ຕອນເຊົ້າຂອງ ວັນທີ 26 ທັນວາ 2018, ກະຊວງການຕ່າງປະເທດ ໄດ້ຈັດພິທີ ປາຖະກະຖາ ລະນຶກວັນສຳຄັນຕ່າງໆຂອງຊາດ ຄື: ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ(30/11/1968–30/11/2018), ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ (2/12/1975-2/12/2018) ແລະ ວັນຄ້າຍວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ (13/12/1920-13/12/ 2018),

ໂດຍການເປັນປະທານ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດ ຮອງນາຍົກລັດຖະມົນຕີ, ມີຄະນະພັກ-ຄະນະນຳ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກ ງານ-ລັດຖະກອນ ອ້ອມຂ້າງກະຊວງການຕ່າງປະເທດ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເລົ່າປະຫວັດມູນເຊື້ອເມືອງວຽງໄຊ- ຖານທີ່ໝັ້ນຂອງການປະຕິວັດລາວ ໂດຍຍົກໃຫ້ເຫັນວ່າ: ເມືອງວຽງໄຊ ແມ່ນບ່ອນກໍາເນີດອົງການແນວລາວຮັກຊາດ ແລະ ເປັນໃຈກາງແຫ່ງການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວທັງຊາດ ເພື່ອສ້າງກໍາແຮງສັງລວມ ຕີເອົາຊະນະສັດຕູຢ່າງເຂັ້ມແຂງ, ທັງເປັນບ່ອນກໍ່ສ້າງ ແລະ ຂະຫຍາຍກຳລັງປະກອບອາວຸດ, ກໍ່ສ້າງ ແລະ ປົກປັກຮັກສາ ຖານທີ່ໝັ້ນຂອງການປະຕິວັດຕະຫຼອດໄລຍະຜ່ານມາ ເຊິ່ງເຮັດໃຫ້ການປະຕິວັດ ມີຜົນສຳເລັດໃນແຕ່ລະໄລຍະການສູ້ຮົບ ແລະ ມາຮອດ ປີ 1968 ເຂດປົດປ່ອຍໄດ້ຮັບການປົກປັກຮັກສາ ແລະ ເປີດກ້ວາງ ເຮັດໃຫ້ຕິດລ່ຽນກັນແຕ່ພາກເໜືອລົງຮອດພາກໃຕ້.

ຂໍ້ມູນຈາກ: ຂປລ.

Comments