ທ່ານບຸນຖອງ ດີວິໄຊ ຕ້ອນຮັບຄະນະຜູ້ແທນສັນຕິພາບຫວຽດນາມ

ຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ ໄດ້ເຂົ້າຢ້ຽມຢາມທ່ານ ບຸນຖອງ ດີວິໄຊ ເລຂາພັກແຂວງ,ເຈົ້າແຂວງໆຈໍາປາສັກ ໃນວັນທີ 26 ທັນວາ 2018 ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-28 ທັນວາ 2018.

 

ຂອບໃຈພາບຈາກ: ເຟສບຸກທ່ານ ສົມສະໜຸກ ມີໄຊ.

Comments