ກຸ່ມພັດທະນາເດັກໃນຊຸມຊົນແຂວງ ອຸດົມໄຊ ແລະ ຜົ້ງສາລີ ໄດ້ຮັບການເຝິກອົບຮົມ.

ກຸ່ມພັດທະນາເດັກໃນຊຸມຊົນ ຫຼື CCDG  2 ແຂວງຄື: ແຂວງອຸດົມໄຊ ແລະ ແຂວງຜົ້ງສາລີ, ໄດ້ຮັບການເຝິກອົບຮົມກ່ຽວກັບການຈັດກິດຈະກຳການຮຽນ-ການສອນ, ການຈັດສະພາບແວດລ້ອມ ແລະ ການສອນ ແບບເອົາເດັກເປັນໃຈກາງ.

ກອງປະຊຸມໄດ້ຈັດຂື້ນຢູ່ທີ່ສະໂມສອນ ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ເຊິ່ງແບ່ງອອກເປັນ 2 ຊຸດ; ຊຸດທີ 1 ໄດ້ຈັດຂື້ນລະຫວ່າງວັນທີ 14-18 ທັນວາ 2018 ມີຜູ້ເຂົ້າຮ່ວມ 72 ຄົນ, ຍິງ 64 ຄົນ; ສ່ວນຊຸດທີ 2 ຈັດຂື້ນໃນວັນທີ 19-23 ທັນວາ 2018 ນີ້ໄດ້ສຳເລັດ ແລະ ປິດລົງ

ສຳລັບເມືອງເປົ້າໝາຍແຂວງ ອຸດົມໄຊ ເຂົ້າຮ່ວມມີ 3 ເມືອງຄື ເມືອງຫຼາ, ນາໝໍ້ ແລະ ເມືອງແບງ, ສຳລັບເມືອງເປົ້າໝາຍແຂວງ ຜົ້ງສາລີ ເຂົ້າຮ່ວມມີເມືອງຂວາ, ເຊິ່ງມີຜູ້ດູແລເດັກຈາກການຄັດເລືອກ ຂອງຄະນະພັດທະນາ ການສຶກສາຂັ້ນບ້ານເຂົ້າຮ່ວມລວມຈຳນວນທັງໝົດ 105 ຄົນ, ຍິງ 93 ຄົນ.

ກອງປະຊຸມພາຍໃຕ້ການເປັນປະທານ ໂດຍ ທ່ານ ພວງວິໄລ ອິນທະວົງ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ, ເຂົ້າຮ່ວມຊີ້ນຳ-ນຳພາດ້ານວິຊາການຈາກ ທ່ານ ອາຈານ ນ. ວຽງແກ້ວ ພົມມະຈັກ ຮອງກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ມີວິທະຍາກອນ ແລະ ສຳມະນາກອນ ຈາກເມືອງເປົ້າໝາຍເຂົ້າຮ່ວມ.

ຈຸດປະສົງ ໃນການເຝິກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ ຜູ້ດູແລເດັກສາມາດ ຮັບຮູ້ທັກສະເພີ່ມ ນໍາໃຊ້ຄູ່ມືຜູ້ດູແລເດັກໃນການກຽມຄວາມພ້ອມດ້ານການຮຽນ, ແລກປ່ຽນບົດຮຽນໃນການຈັດກິດຈະກຳການຮຽນຮູ້ໃນກຸ່ມພັດທະນາເດັກໃນຊຸມຊົນຜ່ານມາ, ແກ້ໄຂບັນຫາທີ່ພົບຂອງການພັດທະນາເດັກໃນຊຸມຊົນ,ສາມາດຜະລິດສື່ອຸປະກອນການຮຽນ-ການສອນ ທີ່ເໝາະສົມ, ການຕິດຕາມຊຸກຍູ້ຊ່ວຍເຫຼືອໃນຫ້ອງຮຽນ, ທັງເປັນການທົບທວນບົດຮຽນການເຝິກອົບຮົມໃນຄັ້ງຜ່ານມາ.

ຫົວຂໍ້ທີ່ສຳຄັນໃນການເຝິກອົບຮົມປະກອບມີ ການແລກປ່ຽນບົດຮຽນກິດຈະກຳການຮຽນຮູ້ ໃນການຈັດຕັ້ງປະຕິບັດພັດທະນາເດັກໃນຊຸມຊົນ, ການຜະລິດສື່ອຸປະກອນໂດຍບໍ່ໃຊ້ງົບປະມານ,ໃຫ້ແນວຄິດໃໝ່ກ່ຽວກັບການປັບປຸງການສອນ, ການຕິດຕາມຊຸກຍູ້ຊ່ວຍເຫຼືອໃນຫ້ອງຮຽນຈາກພະນັກງານວິຊາການກ່ຽວຂ້ອງ ແລະ ອື່ນໆ.

ຂໍ້ມູນຈາກ: ສກຂ ອຸດົມໄຊ

Comments