ລັດຖະບານ ຕ້ອງການງົບ 1.200 ຕື້ກີບ ເພື່ອສ້ອມແປງທາງທົ່ວປະເທດ

ປີ 2019, ກົມຂົວທາງ ກະຊວງໂຍທາ​ທິການ ​ແລະ ຂົນ​ສົ່ງ ຕ້ອງການ​ງົບປະມານສ້ອມແປງທາງ​ຫຼາຍ​ກວ່າ 1.200 ຕື້ກີບ ​ໃສ່ຈໍານວນ 20 ໂຄງການ ແລະ 148 ສັນຍາ, ໃນນີ້, ຈະມີການສ້ອມແປງ ແລະ ຟື້ນຟູເສັ້ນທາງ, ຍົກລະດັບເສັ້ນທາງ, ກໍ່ສ້າງຮ່ອງລະບາຍນໍ້າ, ຕິດຕັ້ງຫຼັກປ້ອງກັນຄວາມສ່ຽງການເກີດອຸບັດຕິເຫດ ແລະ ອື່ນໆ. ສະເພາະ​ປີ 2018 ນີ້, ໄດ້ສ້ອມ​ແປງ​ທາງ​ຫຼວງ​ແຫ່ງ​ຊາດ ​ທັງ​ໝົດ 25 ​ໂຄງການໃນ​ມູນ​ຄ່າ 596 ຕື້ກວ່າ​ກີບ ແລະ 41 ສັນຍາ.

ຮອງ​ຫົວໜ້າ​ກົມ​ຂົວ​ທາງ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ມອບ​ໝາຍ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ແຕ່ລະ​ທ້ອງ​ຖິ່ນ ​ລົງ​ສຳ​ຫຼວດ​ກວດກາ​ສະພາບ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ທີ່​ເປ່​ເພ ​ເພື່ອ​ກະກຽມ​ຂຶ້ນ​ແຜນ​ສ້ອມ​ແປງ​ໃນ​ປີ 2019 ນີ້, ໂດຍ​ມີ​ທັງ​ໝົດ 20 ​ໂຄງການ ແລະ 148 ສັນຍາ ​ເຊິ່ງມີຄວາມຕ້ອງການ​ງົບປະມານ​ໃນການກໍ່ສ້າງ ຫຼື ສ້ອມແປງງຫຼາຍ​ກວ່າ 1.200 ຕື້ກີບ ​ໃນ​ນີ້​, ບູລິ​ມະ​ສິດ​ປະ​ເພດ​ໜຶ່ງການ​ສ້ອມ​ແປງ ​ແລະ ຟື້ນຟູ​ເສັ້ນທາງ ​ຕ້ອງການ​ງົບກວ່າ 869 ຕື້ກີບ, ບູລິ​ມະ​ສິດ​ທີ​ສອງ​​ຟື້ນຟູ​ເສັ້ນທາງ​ທີ່​ເລີ່​ມ​ເປ່​ເພ ​ແລະ ຍົກ​ລະດັບເສັ້ນ​ທາງ ​ຕ້ອງການ​ງົບ​ກວ່າ 251 ຕື້ກີບ ​ແລະ ໜ້າ​ວຽກ​ບູລິ​ມະ​ສິດ​ທີ່​ສາມຄືກໍ່ສ້າງ​ຮ່ອງ​ລະບາຍ​ນ້ຳ, ວາງ​ທໍ່​ລອດ​ທາງ​ໃໝ່, ຕິດຕັ້ງຫຼັກ​ປ້ອງ​ກັນ​ໃນ​ຈຸດ​ທີ່​ມີ​ຄວາມ​ສ່ຽງ​ເກີດ​ອຸປະຕິ​ເຫດ ​ຕ້ອງການ​ງົບ​ກວ່າ 93 ຕື້ກີບ.

​​ຜ່ານ​ການຄົ້ນຄວ້າ​ປຶກສາ​ຫາລື​ດ້ານ​ວິຊາ​ການ ກະຊວງ ຍທຂ ​ໄດ້​ຄັດ​ຈ້ອນ​ໂຄງການ​ທີ່​ຈະ​ປະຕິບັດ​ໃນ​ປີ 2019 ​ໄດ້​ຈຳນວນ​ໜຶ່ງ, ພ້ອມ​ທັງ​ກວດຄືນ ​ແລະ ປັບ​ລາຄາ​ຫົວໜ່ວຍ​ກໍ່ສ້າງ​ລົງ​ຕື່ມ​ ເພື່ອໃຫ້​ເໝາະ​ສົມ​ກັບ​ວຽກ​ຕົວ​ຈິງ​ໃນ​ມູນ​ຄ່າ 638 ກວ່າ​ຕື້ກີບ ​ປັດຈຸບັນ, ​ພວມ​ຢູ່​ໃນ​ຂັ້ນຕອນ​ການ​ຄັດ​ເລືອກ​ເອົາ​ບໍລິສັດ​ຮັບ​ເໝົາ​ທີ່​ມີ​ປະສົບ​ການ, ​ມີພາຫະນະກົນຈັກພຽງພໍ ແລະ ທາງ​ດ້ານ​ການ​ເງິນມີຄວາມໝັ້ນຄົງ.

ພ້ອມນັ້ນ, ທ່ານ ​​ກ່າວຕື່ມ​ວ່າ: ​ໃນ​ປີ 2018 ນີ້, ວຽກ​ງານ​ສ້ອມ​ແປງ​ທາງ​ຫຼວງ​ແຫ່ງ​ຊາດ ​ມີ​ທັງ​ໝົດ 25 ​ໂຄງການໃນ​ມູນ​ຄ່າ 596 ຕື້ກວ່າ​ກີບ ແລະ 41 ສັນຍາ ເຊິ່ງພວມຢູ່ໃນການຈັດຕັ້ງປະຕິບັດ ແຕ່ມີ 2 ສັນຍາ​ຄື: ການສ້ອມ​ແປງ​ເສັ້ນທາງ​ເລກທີ 11 ແຂວງ ​ຄຳ​ມ່ວນ ​ແລະ ​ທາງ​ເລກທີ 9A+11 ແຂວງ ​ສະຫວັນ​ນະ​ເຂດ ຍັງບໍ່ທັນໄດ້ປະຕິບັດ.

ຂໍ້ມູນ: ໜັງສືພິມ ລາວພັດທະນາ

Comments