ນາຍົກ ເນັ້ນພັກ-ລັດ ຖືເອົາປະຊາຊົນເປັນກົກ-ເອົາຊົນນະບົດເປັນເປົ້າໝາຍ ໃນການລຶບລ້າງຄວາມທຸກຍາກ.

15 ປີຜ່ານມາ ກອງທຶນລຶບລ້າງຄວາມທຸກຍາກ (ທລຍ) ໄດ້ມີຜົນສໍາເລັດຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານແກ້ໄຂຄວາມທຸກຍາກໃຫ້ປະຊາຊົນ ຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ ຂອງ 43 ເມືອງທຸກຍາກ ໃນ 10 ແຂວງ ຂອງ ສປປ ລາວ ເຊິ່ງຜູ້ໄດ້ຮັບຜົນປະໂຫຍດກວມເອົາ 1,2 ລ້ານກວ່າຄົນ ມີຊີວິການເປັນຢູ່ທີ່ດີຂຶ້ນ.

ໃນວັນທີ 26 ທັນວາ 2018 ທີ່ສຳນັກງານຍາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໃນນາມເຄີຍເປັນຜູ້ຊີ້ນຳ ກອງທຶນລຶບລ້າງຄວາມທຸກຍາກ ແຕ່ປີ 2003-2006 ໄດ້ໃຫ້ສຳພາດຕໍ່ສື່ມວນຊົນລາວ ໃນໂອກາດວັນສ້າງຕັ້ງກອງທຶນລຶບລ້າງຄວາມທຸກຍາກ,

ຄົບຮອບ 15 ປີ ວ່າ: ພັກ ແລະ ລັດຖະບານ ໄດ້ຖືເອົາປະຊາຊົນເປັນກົກ-ເອົາຊົນນະບົດເປັນເປົ້າໝາຍ ໃນການພັດທະນາປະເທດ ແລະ ທຸກສິ່ງທຸກຢ່າງຕ້ອງເຮັດໃຫ້ປະຊາຊົນ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ພະຍາຍາມເອົາປະເທດເຮົາຄ່ອຍໆ ກ້າວຂຶ້ນໃຫ້ເປັນປະເທດທີ່ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.

ທ່ານ ນາຍົກໄດ້ເນັ້ນຕື່ມວ່າ: ກອງ​ທຶນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ, ເຊິ່ງ​ລັດ​ຖະ​ບານ​ ໄດ້ລົງທຶນຢ່າງມະຫານສານ ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ເປັນ​ຕົ້​ນ​ ແມ່ນການສ້າງຖະໜົນຫົນທາງ, ສ້າງ​ໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ໄຟ​ຟ້າ, ສ້າງ​ຊົນ​ລະ​ປະ​ທານ​ ຖ້າບ່ອນໃດມີເງື່ອນໄຂ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ ສາມາດຜະລິດສິນຄ້າ ນັບ​ມື້​ນັບ​ຫຼາຍຂຶ້ນ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ແຕ່​ລະ​ຄອບ​ຄົວ​ ມີລາຍຮັບ, ສາ​ມາດ​ລ້ຽງ​ຕົນ​ເອງ​ໄດ້ ແລະ ຜະ​ລິດ​ເປັນ​ສິນ​ຄ້າ​ເພື່ອ​ສົ່ງ​ອອກ ​ເພື່ອ​ໃຫ້​ມີ​ກຳ​ໄລໄດ້ເທື່ອລະກ້າວ ເຊິ່ງ​ຈຳ​ນວນ​ຕ​ົກເລກ​ ໄດ້ສະແດງໃຫ້ເຫັນວ່າ: ປັດ​ຈຸ​ບັນ​ນີ້ ມາ​ຮອດ​ປີ 2018 ​GDP ລາຍ​ຮັບ​ຕໍ່​ຫົວ​ຄົນ​ຂອງ​ປະ​ເທດ​ເຮົາແມ່ນ 2.500 ກວ່າ​ໂດ​ລາ​ສະ​ຫ​ະ​ລັດ ຕໍ່​ຄົນ​ຕໍ່​ປີ ເຫັນ​ໄດ້​ວ່າ​ເພີ່ມ​ຂຶ້ນ​ຫຼາຍ​ເມື່ອ​ທຽບ​ໃສ່​ໃນ​ເມື່ອ​ກ່ອນ,

ນອກ​ຈາກ​ນີ້ ລາຍ​ຮັບ​ແຫ່ງ​ຊາດ​ ແມ່ນບັນລຸ 2.209 ໂດ​ລາ​ສະ​ຫະ​ລັດ ຖ້າ​ທຽບ​ໃສ່​ມາດ​ຕະ​ຖານ​ ຂອງ​ການ​ຈະ​ເອົາ​ປະ​ເທດ​ອອກ​ຈາກ​ສະ​ຖາ​ນະ​ພາບ​ດ້ອຍ​ພັດ​ທະ​ນາ ຖ້າ​ຄິດ​ໄລ່ ລາຍ​ຮັບ​ແຫ່ງ​​ຊາດ ພວກ​ເຮົາ​ລື່ນ​ຄາດ​ໝາ​ຍ​ໜ້ອຍ​ໜຶ່ງ ແຕ່​ເງື່ອນ​ໄຂ​ອື່ນໆ​ ພວກ​ເຮົາ​ຍັງ​ຕ້ອງ​ໄດ້​ສູ້​ຊົນ.

ເປົ້າໝາຍຕົ້ນຕໍຂອງພັກຂອງພັກ ແລະ ລັດ​ຖະ​ບານ​ເຮົາ ແມ່ນ​ເລັ່ງ​ໃສ່ການລຶບລ້າງຄວາມທຸກຍາກ ໃຫ້ປະຊາຊົນແຕ່ລະຄອບຄົວ, ແຕ່​ລະ​ບ້ານ, ແຕ່​ລະ​ເມືອງ ເປັນ​ຕົ້ນ​ຕໍ, ພາຍ​ຫຼັງມີກອງທຶນລຶບລ້າງຄວາມທຸກຍາກ ແຫ່ງ​ຊາດຂຶ້ນ​ມາ ພວກ​ເຮົາ​ສາ​ມາ​ດຊ່ວຍ​ເຫຼືອປະ​ຊາ​ຊົນ​ ໄດ້ຫຼາຍດ້ານ ເປັນ​ຕົ້ນອັດຕາການເຂົ້າໂຮງຮຽນຊັ້ນປະຖົມຂອງ​ເດັກ​ໃນ​ເກນ​ອາ​ຍຸ 5 ປີ ຢູ່​ໃນ​ບັນ​ດາ​ບ້ານ​ເປົ້າ​ໝາຍ ຫຼື ເມືອງ​ເປົ້າ​ໝາຍ ທີ່​ຈະ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ບັນລຸເຖິງ 98% ຖື​ວ່າ​ເປັນ​ໂຕ​ເລກ​ທີ່​ສູງ

ຜົນ​ງານ 15 ປີ ພາຍ​ຫຼັງກອງທຶນລຶບລ້າງຄວາມທຸກຍາກ ​ໄດ້​ສ້າງ​ຕັ້ງ​ຂຶ້ນນັ້ນ ​ສາ​ມາດ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້ຢ່າງ​ເທື່ອ​ລະ​ກ້າວ ເຊິ່ງ​ຄອບ​ຄົວ​ທີ່​ຍັງ​ທຸກ​ຍາກ​ແມ່ນ​ຍັງ​ເຫຼືອ​ເມືອງ​ທຸກ​ຍາກ​ 15%, ບ້ານ​ທຸກ​ຍາກ​ຍັງ 20%, ບ້ານ​ທີ່​ພັດ​ທະ​ນາ​ແລ້ວ​ທີ່​ຢູ່​ໃນ​ເຂດ​ຊົນ​ນະ​ບົດ ​ເມືອງ​ເປົ້າ​ໝາຍ ບັນ​ລຸ​ເຖິງ 48,38%.

ພ້ອມນີ້ີ້, ທ່ານນາ​ຍົກລັດຖະມົນຕີ ​ຍັງໄດ້​ສະ​ເໜີ​ວ່າ: ສິ່ງ​ສຳ​ຄັນທີ່​ສຸດ​ແມ່ນເອົາ​ປະ​ຊາ​ຊົນ​ເປັນ​ກົກ, ເປົ້າ​ໝາຍ​ໃຫ້​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງເອົາ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ ຂອງ​ປະ​ຊາ​ຊົນ ເປັນ​ຈຸ​ເລີ່ມ​ຂອງ​ການ​ສະ​ໜອງ​ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ເຂົາ​ເຈົ້າ ແລະ ເອົາ​ຈຸດ​ພິ​ເສດ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ທ້ອງ​ຖິ່ນ​ເປັນ​ທ່າ​ແຮງ​ຕົ້ນ​ຕໍ ເຊິ່ງ​ປະ​ຊົນ​ທ້ອງ​ຖິ່ນ​ມີ​ຄວາມ​ຊິ່ນ​ເຄີຍ​ໃນ​ການ​ຜະ​ລິດ ແລະ ​ນຳ​ໃຊ້​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຢູ່ ​ເພື່ອສ້າງ​ລາຍ​ຮັບ​ຂຶ້ນ​ມາ​ໄດ້​ໄວ​ຂຶ້ນ.

ລັດຖະບານມີຄວາມພະຍາຍາມຫຼາຍທີ່ສຸດ ໃນ​ການ​ສຸມ​ທຶນ​ຮອນ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ເພື່ອ​ຊຸກ​ຍູ້​ໃນ​ການ​ລຶ​ບ​ລ້າງ​ຄວາມ​ທຸກ​ຍາກ ຂອງ​ປະ​ຊາ​ຊົນ ແຕ່​ວ່າ​ລັດ​ຖະ​ບານ​ມີ​ຫຼາຍ​ງົບ​ປະ​ມານ, ມີ​ຫຼາຍຂະແໜງການ ທີ່​ຈະ​ສົ່ງ​ເສີມ ຫຼື ຊ່ວຍ​ໃຫ້​ຊົນ​ນະ​ບົດ, ບ້ານ​, ເມືອງ​ທີ່​ທຸ​ກຍາກ ໄດ້​ຮັບ​ການ​ພັດ​ທະ​ນາ

ເຊິ່ງ​ປີ​ນີ້​ໄດ້​ສົ່ງ​ເສີມ ​ເປັນ​ປີ​ທ່ອງ​ທ່ຽວ​ລ​າວ ແລະ ປີ​ໜ້າ​ຈະ​ເປັນ​ປີ​ທ່ອງ​ທ່ຽວ​ລາວ​-ຈີນ ຖ້າ​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເປັນ​ລະ​ບົບ​ດີ ນັກ​ທ່ອງ​ທ່ຽວ​ຈະ​ລົງ​ໄປ​ຫາ​ຊົນ​ນະ​ບົດ ແລະ ປະ​ຊາ​ຊົນ​ຈະ​ໄດ້​ຂາຍ​ສິນ​ຄ້າ​ຂອງ​ເຂົາ​ເຈົ້າ​ເອງ ແລະ ຈະ​ໄດ້​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽ​ວ ເຊິ່ງ​ລັດ​ຖະ​ບານ​ມີ​ຫຼາຍ​ທິດ​ທາງ​ທີ່​ຈະ​ສົ່ງ​ເສີມ​ໃນ​ຊົນ​ນະ​ບົດ ເພື່ອ​ໃຫ້​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ ປະ​ຊາ​ຊົນ​ໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ.

ຂໍ້ມູນຈາກ: ຂປລ.

Comments