ຄົນຕ່າງປະເທດໄດ້ຮັບບັດອະນຸຍາດຊົ່ວຄາວ 42.000 ກວ່າຄົນ

ລັດຖະບານແຫ່ງ ສປປ ລາວ ໄດ້ຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍໄດ້ທັງໝົດ 42.434 ຄົນ, ຍິງ 11.767 ຄົນ ນັບຕັ້ງແຕ່ກາງເດືອນທັນວາ 2015 ຫາ ເດືອນພະຈິກ 2017, ​ໃນ​ນັ້ນ ສາມາດ​ແກ້​ໄຂ​ໄດ້ 7.506 ຄົນ ​ແລະ ຍັງ​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂ 34.928 ຄົນ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ທ່ານ ບຸນ​ຄົງ ຫລ້າ​ສຸ​ກັນ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ

ຂໍ້ມູນດັ່ງກ່າວ, ໄດ້ລາຍງານຢູ່ກອງປະຊຸມປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ທົ່ວປະເທດ ໃນວັນທີ 7-8 ມັງກອນ 2019 ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ພົນຕີ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໂດຍການເຂົ້າຮ່ວມຂອງບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງທົ່ວປະເທດ ຈຳນວນ 150 ກວ່າຄົນ.

ຂໍ້ມູນຈາກ: ຂປລ.

ຮູບປະກອບຈາກອິນເຕີເນັດ

Comments