ເປີດຮັບສະໝັກ ທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF)

Call for Application: ASEAN-India Research Training Fellowship, India ?? ?? ??
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງລັດຖະບານອິນເດຍ (Department of Science and Technology, Government of India) ຮ່ວມກັບ ສະຫະພັນສະພາການຄ້າ ແລະ ອຸດສາຫະກຳອິນເດຍ (Federation of Indian Chambers of Commerce and Industry) ເປີດຮັບສະໝັກຜູ້ທີ່ມີຄວາມສົນໃຈສະໝັກເອົາທຶນຄົ້ນຄວ້າ ASEAN-India Research Training Fellowship (AIRTF) ໃນສາຂາວິທະຍາສາດທຳມະຊາດ ແລະ ວິສະວະກຳສາດ ໄລຍະ 2 – 6 ເດືອນ ທີ່ ສະຖາບັນການສຶກສາ/ການຄົ້ນຄວ້າໃນປະເທດອິນເດຍ.
ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ວິທີການສະໝັກໄດ້ທີ່:
https://aistic.gov.in/ASEAN/aistdfFellowship
ກຳນົດເປີດ-ປິດຮັບສະໝັກ/ສົ່ງ Proposal
ວັນທີ 1 ເມສາ – 30 ກັນຍາ 2019.
ເງື່ອນໄຂຜູ້ສະໝັກ:
ຜູ້ສະໝັກຕ້ອງອາຍຸບໍ່ເກີນ 45 ປີ.
ຈົບການສຶກສາໃນລະດັບ ປ. ໂທ ຫຼື ປ. ເອກ ໃນສາຂາທີ່ກ່ຽວຂ້ອງ (ວິທະຍາສາດທຳມະຊາດ ຫຼື ວິສະວະກຳສາດ).
ມີຄວາມຮູ້ດ້ານພາສາອັງກິດໃນລະດັບດີ.
ໝາຍເຫດ: – ຜູ້ທີ່ຜ່ານການຄັດເລືອກຈະໄດ້ຮັບທຶນເປັນຄ່າປີ້ຍົນໄປ-ກັບ, ຄ່າໃຊ້ຈ່າຍໃນການເຮັດວິໄຈ/ຄົ້ນຄວ້າ, ເງິນແຮ ແລະ ເບ້ຍລ້ຽງຈຳນວນໜຶ່ງ.

ທີ່ມາ: Lao Youth Radio FM 90.0 Mhz

Comments