ສາມາດສ້າງລາຍຮັບໃຫ້ແຂວງໄດ້ ຫຼາຍກວ່າ 14 ລ້ານໂດລາ

ທ່ານ ສົມໃຈ ອຸ່ນຈິດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນໃຫ້ສຳພາດໃນວັນທີ 4 ມັງກອນ 2019 ວ່າ: ການທ່ອງທ່ຽວຢູ່ແຂວງສາລະວັນ ໃນປີທ່ອງທ່ຽວລາວ 2018 ມີບັນຍາກາດຄືກຄື້ນສົມຄວນ.

ເນື່ອງຈາກແຂວງ ສາລະວັນ ມີສະຖານທີ່ທ່ອງທ່ຽວທາງທຳມະຊາດ,ປະຫວັດສາດ ແລະ ວັດທະນະທຳ ຫຼາຍແຫ່ງ ທີ່ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວພາຍໃນແຂວງໄດ້ເປັນຈຳນວນຫຼວງຫຼາຍເຊັ່ນ: ຕາດເລາະ,ຕາດຮັງ,ຫ້ວຍຫຸນ(ບ້ານຫັດຖະກຳຕຳແຜ່ນຊົນເຜົ່າກະຕູ)ອຸທິຍານພູຜາສຸກ,ຫໍໄຕ,ສວນແຄນ ແລະ ອື່ນໆ

ບວກກັບອົງການປົກຄອງແຂວງໄດ້ອໍານວຍຄວາມສະດວກການເຂົ້າອອກດ່ານ ລວມທັງສ້າງສິ່ງຮອງຮັບແລະ ບໍລິການນັກທ່ອງທ່ຽວເຊັ່ນ:ໂຮງແຮມ,ເຮືອນພັກ ແລະ ຮ້ານອາຫານໃຫ້ພຽງພໍຈຶ່ງເຮັດໃຫ້ຕົວເລກດຶງດູດນັກທ່ອງທ່ຽວໃນປີ 2018 ບັນລຸ 110.000 ເທື່ອຄົນ ລື່ນຄາດໝາຍທີ່ວາງໄວ້ 10.000 ເທື່ອຄົນ ສາມາດສ້າງລາຍຮັບໃຫ້ແຂວງໄດ້ 14.752.750 ໂດລາສະຫະລັດ.

ທ່ານໃຫ້ຮູ້ຕື່ມວ່າ: ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວແຂວງສາລະວັນສ່ວນໃຫຍ່ແມ່ນນັກທ່ອງທ່ຽວຫວຽດນາມ,ໄທ ແລະ ປະເທດເອີຣົບ ຈຳນວນໜຶ່ງ.


ສຳລັບແຜນການດຶງດູດນັກທ່ອງທ່ຽວຂອງແຂວງວາງໄວ້ໃນປີ 2019 ແມ່ນໃຫ້ໄດ້ 111.790 ເທື່ອຄົນ ເພື່ອສ້າງລາຍຮັບເຂົ້າແຂວງຈາກການທ່ອງທ່ຽວໃຫ້ໄດ້ 15.249.000 ໂດລາສະຫະລັດ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ

ພາບປະກອບຈາກອິນເຕີເນັດ.

Comments