ເທສະການອາຫານລາວ ປະຈຳປີ ຈະຈັດຂຶ້ນໃນວັນທີ 23-26 ມັງກອນນີ້

ໃນຕອນບ່າຍວັນ 7 ມັງກອນ 2019 ຢູ່ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ສະມາຄົມນັກທຸລະກິດແມ່ຍິງລາວ ໄດ້ຈັດງານຖະແຫຼງຂ່າວກຽມເປີດງານ ເທສະການ ອາຫານລາວ ປະຈຳປີ 2019 ຂຶ້ນໃນວັນທີ 23-26 ເດືອນມັງກອນ 2019 ທີ່ຈະໃກ້ມາຮອດນີ້ ເປັນເວລາ 4 ມື້ ຢູ່ທີ່ເດີນສວນເຈົ້າອານຸວົງ (ແຄມຂອງ). ງານຖະແຫຼງຂ່າວຄັ້ງນີ້ ໂດຍການເປັນປະທານ ຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ທັງເປັນຄະນະກຳມະການຈັດງານເທສະການອາຫານລາວ. ໂດຍໃຫ້ກຽດເຂົ້າຮ່ວມງານໂດຍທ່ານນາງ ບົວຈັນ ສີຫານາດ ຮອງປະທານສະຫະພັນແມ່ຍິງ ແຫ່ງຊາດລາວ, ມີບັນດາຄະນະຈັດງານ ແລະ ຜູ້ສະໜັບສະໜູນຫຼັກຂອງງານ ແລະ ສື່ມວນຊົນເຂົ້າຮ່ວມງານ.

ຈຸດປະສົງໃນການຈັດງານຄັ້ງ ກໍເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍທຸລະກິດຂອງແມ່ຍິງລາວ, ເພື່ອເປັນການສ້າງໂອກາດໃຫ້ຜູ້ປະກອບການແມ່ຍິງທັງຫຼາຍ ມີໂອກາດໄດ້ແລກປ່ຽນປະສົບການໃນການພັດທະນາຜົນຜະລິດຂອງຕົນໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດໃນປັດຈຸບັນ, ເພື່ອເປັນການປຸກລະດົມໃຫ້ຜູ້ປະກອບການແມ່ຍິງໃຫ້ມີຄວາມຄິດສັງສັນໃນການຜະລິດເປັນສິນຄ້າ ແລະ ສາມາດຂາຍອອກສູ່ຕະຫຼາດສາກົນ, ທັງເປັນການສ້າງເຄື່ອຂ່າຍການຄ້າຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ.​ນອກນີ້, ປັດໄຈຫຼັກໆຂອງງານ ກໍເພື່ອເປັນການໂຄສະນາເຜີຍແຜ່ອາຫານພື້ນເມືອງລາວ ໃນຂອບເຂດທົ່ວປະເທດ.

ສຳລັບປີນີ້, ຈະມີຮ້ານວາງສະແດງສິນຄ້າທັງໝົດ 180 ຮ້ານເຊັ່ນ: ຮ້ານອາຫານ, ຮ້ານຫັດຖະກຳ, ກະສິກຳ, ຜະລິດຕະພັນສິນຄ້າໂອດ໋ອບ ໜຶ່ງເມືອງໜຶ່ງຜະລິດຕະພັນ, ສິນຄ້າຈາກປະເທດອາຊຽນ ແລະ ສະຖານທູດຕ່າງໆ.

ກິດຈະກຳພິເສດ ໃນງານເທສະການອາຫານລາວ ປະຈຳປີ 2019 ແມ່ນ ໄດ້ຈັດເອົາອາຫານທີ່ເປັນເອກະລັກຂອງທ້ອງຖິ່ນຕ່າງໆ ມາວາງສະແດງ ແລະ ຂາຍເປັນຕົ້ນແມ່ນ

ຈາກພາກເໜືອ: ລາບນົກແອ່ນ ຊຽງຂວາງ, ແຈ່ວປະບໍ້າ ຊໍາເໜືອ

ຈາກພາກກາງ: ເຝີ, ເຂົ້າປຽກ ວຽງຈັນ, ໝໍ້າ, ຊີ້ນສະຫວັນ ສະຫວັນນະເຂດ

ຈາກພາກໃຕ້: ແຈ່ວປາກະເຕົາ, ປາຈາວ ປາກເຊ, ປີ້ງໄກ້ນາປົ່ງ ສາລະວັນ

ພາຍໃນງານຈະມີການບໍລິການກວດສຸຂະພາບຟຣີ 35 ລາຍການ ດ້ວຍຄອມພິວເຕີ້ ທີ່ທັນສະໄໝ, ວ່ອງໄວ,​ ທັນໃຈ, ຮູ້ຜົນກວດທັນທີ ໂດຍ ດຣ. ສີວິໄຊ ທຳມະລັງສີ

ແລະ ຍັງມີກິດຈະກຳພິເສດການສະແດງສິລະປະ, ຮ້ອງເພງຈາກນັກສິລະປິນດັງໆຂອງລາວ ມາໃຫ້ຄວາມມ່ວນຊື່ນທຸກໆຄໍ່າຄືນຕະຫຼອດທັງ 4 ມື້ ຢ່າລືມຢ່າພາດຫາໂອກາດໄປເລາະຊື້ ເລາະຊີມ ອາຫານລາວ ແລະ ຜະລິດຕະພັນຂອງລາວໆເຮົາແດ່ເດີ້…..

Comments