ມູນຄ່າການຄ້າຂອງສອງປະເທດໃນປີ 2018 ລັນລຸ 1 ຕື້ໂດລາ

ໃນຊຸມປີຜ່ານມາ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນຈັດຫຼາຍກິດຈະກໍາເພື່ອຮັດແໜ້ນສາຍພົວພັນລະຫວ່າງສອງຝ່າຍ ເປັນຕົ້ນແມ່ນການສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີ ແລະ ມິດຕະພາບ 2017, ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ (1962-2017) ແລະ ວັນເຊັນສົນທິສັນຍາວ່າດ້ວຍການຮ່ວມມື ແລະ ມິດຕະພາບລາວ-ຫວຽດນາມຄົບຮອບ 40 ປີ (1977-2017).


ສອງປະເທດໄດ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືໃນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແລະ ໄດ້ສົ່ງເສີມການປະສານງານລະຫວ່າງທ້ອງຖິ່ນກັບທ້ອງຖິ່ນໂດຍສະເພາະໃນເຂດຊາຍແດນ, ມີການສ້າງພື້ນຖານໂຄງລ່າງ, ຕອບສະໜອງຄວາມຕ້ອງການທາງດ້ານສາທາລະນະສຸກ, ພັດທະນາຊັບພະຍາກອນມະນຸດ, ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບຕາມແນວຊາຍແດນ.

ສອງປະເທດຍັງມີການສົ່ງເສີມການຮ່ວມມືໃນຂະແໜງການອື່ນໆເປັນຕົ້ນການຂົນສົ່ງ, ການສຶກສາ-ເຝິກອົບຮົມ, ວັດທະນະທຳ-ທ່ອງທ່ຽວ, ແລະ ສາທາລະນະສຸກ.

ປັດຈຸບັນ ຈໍານວນນັກສຶກສາ ລາວ ທີ່ກໍາລັງຄົ້ນຄວ້າ ຢູ່ ສສ ຫວຽດນາມ ມີທັງໝົດ 14.644 ຄົນ, ໃນນັ້ນ ທຶນລັດຖະບານ 4.228 ຄົນ

ມາຮອດເດືອນຕຸລາ 2018, ຫວຽດນາມຍັງສືບຕໍ່ເປັນໜຶ່ງໃນສາມຜູ້ລົງທຶນທີ່ໃຫຍ່ທີ່ສຸດໃນສປປ.ລາວ ມີທັງໝົດ 409 ໂຄງການມູນຕ່າ 4,1 ຕື້ໂດລາສະຫະລັດ.

ມູນຄ່າການຄ້າຂອງສອງປະເທດໃນປີ 2018 ລັນລຸໄດ້ 1 ຕື້ໂດລາ, ເພີ່ມຂຶ້ນ 13% ທຽບໃສ່ປີ 2017 ລື່ນຄາດໝາຍຕາມການຕົກລົງຂອງລັດຖະບານ ແລະ ໃນປີ 2019 ນີ້ ກໍໄດ້ວາງຄາດໝາຍສູ້ຊົນເພີ່ມຂຶ້ນ 10% ຂຶ້ນໄປ.

ສິ່ງທີ່ໜ້າຊົມເຊີຍ ແມ່ນເຂື່ອນໄຟຟ້າເຊຂະໝານ 1 ແລະ ເຊຂະໝານຊານໄຊ ໄດ້ດໍາເນີນການຜະລິດຂາຍກະແສໄຟຟ້າໄປຫວຽດນາມ ແລະ ສ້າງລາຍຮັບເຂົ້າງົບປະມານໃຫ້ແກ່ລາວຈຳນວນໜຶ່ງ;

ສປປ ລາວ ຕີລາຄາສູງຄວາມພະຍາຍາມຂອງສອງຝ່າຍໃນການຮ່ວມມືກັນຈັດຕັັ້ງຜັນຂະຫຍາຍໂຄງການຮ່ວມມືພັດທະນາທ່າທຽບເຮືອ ຫວຸງອ່າງ 1,2,3 ແລະ ການຕົກລົງຊື້-ຂາຍໄຟຟ້າ.

ເຊື່ອໝັ້ນວ່າ ຫຼັງສອງຝ່າຍໄດ້ມີການຊື້ຂາຍໄຟຟ້າຮ່ວມກັນຈະເຮັດໃຫ້ມູນຄ່າການຄ້າສອງຝ່າຍເພີ່ມຫຼາຍຂຶ້ນ. ຂະແໜງພະລັງງານເປັນຂະແໜງທີ່ມີຄວາມບົ່ມຊ້ອນຂອງການຮ່ວມມືສອງຝ່າຍ ທີ່ຈະເຮັດໃຫ້ມູນຄ່າການຄ້າສອງປະເທດປະຕິບັດໄດ້ລື່ນຄາດໝາຍ;

ປີ 2018, ລັດຖະບານຫວຽດນາມ ໄດ້ຊ່ວຍທຶນກໍ່ສ້າງບຸກຄະລາກອນໄປຮຽນຢູ່ຫວຽດນາມ 1.271 ທຶນ ແລະ ແຜນປີ 2019 ກໍຍັງສືບຕໍ່ຊ່ວຍພັດທະນາຊັບພະຍາກອນມະນຸດໃຫ້ແກ່ລາວ 1.273 ທຶນ.

 

ຂໍ້ມູນຈາກ: ຂປລ.

Comments