ໃນ 9 ເດືອນ ສາມາດຈັດເກັບລາຍຮັບໄດ້ 51,44% ຂອງແຜນການປີ

ທ່ານ ຄຳຫຼ້າ ວິສີສົມບັດ ຮອງຫົວໜ້າດ່ານພາສີສາກົນບໍ່ເຕັນ ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2018 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 284 ຕື້ກວ່າກີບ ແຕ່ຜ່ານການຈັດຕັ້ງປະຕິບັດໃນ 9 ເດືອນ (ມັງກອນ-ກັນຍາ 2018) ການຈັດເກັບລາຍຮັບພາສີ ແລະ ພັນທະອື່ນໆ ຂອງດ່ານພາສີສາກົນບໍ່ເຕັນ, ດ່ານປະເພນີ, ດ່ານພາສີທ້ອງຖິ່ນ ທີ່ຂຶ້ນກັບ ສາມາດຈັດເກັບລາຍຮັບໄດ້ທັງໝົດ 146 ຕື້ກວ່າກີບ, ເທົ່າກັບ 68,59% ຂອງແຜນການ 9 ເດືອນ ແລະ ເທົ່າກັບ 51,44% ຂອງແຜນການປີ,

ໃນນີ້: ດ່ານພາສີສາກົນບໍ່ເຕັນ ປະຕິບັດໄດ້ 132 ຕື້ກີບ ເທົ່າກັບ 66,91%; ດ່ານພາສີທ້ອງຖິ່ນ ປາງໄຮປະຕິບັດໄດ້ 13 ຕື້ກີບ, ເທົ່າກັບ 88,93%; ດ່ານພາສີປະເພນີ ຊຽງກົກ ປະຕິບັດໄດ້ 23 ກວ່າລ້ານກີບ ເທົ່າກັບ 29,36%; ດ່ານພາສີປະເພນີ ບ້ານມອມ ປະຕິບັດໄດ້ 556 ລ້ານກີບ ເທົ່າກັບ 70,35% ແລະ ເຂດເສດຖະກິດພິເສດ ບໍ່ເຕັນແດນງາມປະຕິບັດ ໄດ້ 315 ລ້ານກີບ ເທົ່າກັບ 100% ຂອງແຜນການ 9 ເດືອນ.

ຂໍໍ້ມູນຈາກ:ຂປລ.

ພາບຈາກອິນເຕີເນັດ

Comments