ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງຄັ້ງທີ 9 ສະໃໝ່ ທີ່ VIII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໃໝ່ທີ່ VIII ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 8 ມັງກອນ ປີ 2019 ຢູ່ທີ່ສະໂມສອນແຂວງສາລະວັນໂດຍການເປັນປະທານຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ໂດຍມີທ່ານ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະທານສະມາຊິກສະພາແຫ່ງຊາດປະຈຳເຂດເລຶອກຕັ້ງທີ 14 ແຂວງສາລະວັນ ແລະ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍເຈົ້າເມືອງໃນ 8 ຕົວເມືອງເຂົ້າຮ່ວມ


ທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ ໄດ້ຂຶ້ນຜ່ານບົດຕີລະຄາ ການນຳພາຮອບດ້ານຂອງຄະນະບໍລິຫານງານພັກແຂວງປະຈຳປີ 2018 ພ້ອມທັງວາງທິດທາງແຜນການປີ 2019 ຈາກນັ້ນກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະ ຈຳປີ 2018 ທິດທາງຈຸດສຸມປີ 2019,

ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການເງິນ-ງົບ ປະມານປີ 2018 ແລະທິດທາງແຜນການປີ 2019, ບົດລາຍງານການແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມທົ່ວແຂວງປີ 2018 ທິດທາງແກ້ໄຂໃນຕໍ່ໜ້າ, ພ້ອມດ້ວຍບົດລາຍງານການຈັດຕັ້ງປະຕິບັດແຜນການຜະລິດກະສີກຳຕິດພັນກັບການແກ້ໄຂຄວາມທຸກຍາກປີ 2018 ແລະທິດທາງແກ້ໄຂຕໍ່ໜ້າ, ໄດ້ຮັບຟັງບົດລາຍງານການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບຕະຫຼາດປີ 2018 ແລະທິດທາງແກ້ໄຂໃນຕໍ່ໜ້າ, ແລະບົດລາຍງານການຈັດຕັ້ງປະຕິບັດວຽກງານການຈັດສັນ ແລະພັດທະນາທີ່ດິນປີ 2018 ແລະທິດທາງແກ້ໄຂໃນຕໍ່ໜ້າ

ພ້ອມດຽວກັນນັ້ນຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງກໍ່ຍັງໄດ້ມີການປະກອບຄຳຄິດ, ຄຳເຫັນໃສ່ຮ່າງບົດລາຍງານຕ່າງໆເພື່ອເຮັດໃຫ້ບົດລາຍງານມີການຫັດກຸມ, ມີເນື້ອໃນໜັກແໜ້ນໃນການຈັດຕັ້ງປະຕິບັດໃນຕໍ່ ແລະ ສອດຄ່ອງຕາມແນວທາງຂອງພັກ ເຊິ່ງກອງປະຊຸມຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນຈິ່ງຈະສຳເລັດ.

ຂໍ້ມູນຈາກ: ນສພ ສາລະວັນ.

Comments