ປະທານທະນາຄານໂລກ ປະກາດລາອອກ ເຖິງວ່າຈະມີວາລະຢູ່ຕຳແໜ່ງນີ້ອີກ 3 ປີ

ສໍານັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 7 ມັງກອນ 2019 ວ່າ ທ່ານຈິມ ຢອງ ຄິມ ອາຍຸ 59 ປີ ປະທານທະນາຄານໂລກຊາວອາເມຣິກາ ເຊື້ອສາຍເກົາຫຼີ ປະກາດ ຈະລາອອກຈາກຕໍາແໜ່ງໃນວັນທີ 1 ກຸມພາ 2019 ນີ້ ທັງທີ່ມີວາລະຢູ່ໃນຕຳແໜ່ງນີ້ອີກ 3  ປີ (ລວມ 6 ປີ ໃນຕໍາແໜ່ງນີ້) ແລະ ອາດຈະເຮັດໃຫ້ປະທານາທິບໍດີໂດນັລ ທຣັມ ຂອງສະຫະລັດມີອໍານາດໃນການຕັດສິນໃຈກ່ຽວກັບຫົວໜ້າຄົນໃໝ່ຂອງສະຖາບັນການເງິນເພື່ອພັດທະນາເສດຖະກິດໂລກ

ຖະແຫຼງການຂອງທ່ານ ຄິມ ລະບຸວ່າ ນັບເປັນກຽດຢ່າງຍິ່ງສໍາລັບທ່ານໃນການເຮັດໜ້າທີ່ປະທານສະຖາບັນການເງິນທີ່ດີທີ່ສຸດແຫ່ງນີ້ເຊິ່ງເຕັມໄປດ້ວຍບຸກຄົນຜູ້ອຸທິດຕົນໃຫ້ກັບພາລະກິດການຢຸດຄວາມຍາກຈົນໃນໄລຍະຊີວິດຂອງຕົນ ເຊິ່ງທະນາຄານໂລກໄດ້ກໍານົດເປົ້າໝາຍກໍາຈັດບັນຫາຄວາມຍາກຈົນໃຫ້ໝົດໄປພາຍໃນປີ 2030

ທ່ານ ຄິມ ເຂົ້າຮັບຕໍາແໜ່ງປະທານທະນາຄານໂລກເມື່ອປີ 2012 ມີແຜນການຈະໄປຮ່ວມງານກັບບໍລິສັດດ້ານການລົງທຶນເຊິ່ງຍັງບໍ່ໄດ້ເປີດເຜີຍຊື່ໃນປະເທດກໍາລັງພັດທະນາ ແລະ ຍັງຈະກັບໄປເປັນກໍາມະການບໍລິຫານອົງການ Partners-in-Health ເຊິ່ງທ່ານຮ່ວມກໍ່ຕັ້ງຂຶ້ນມາ ຖະແຫຼງການຂອງທະນາຄານໂລກລະລະບຸວ່າ ນາງ ຄຣິສຕາລິນາ ປະທານເຈົ້າໜ້າທີ່ບໍລິຫານຂອງທະນາຄານໂລກຈະເຮັດໜ້າທີ່ຮັກສາການປະທານທະນາຄານໂລກ ສືບແທນທ່ານ ຄິມ

Comments