ສາມາດດຶງດູດນັກລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ 500 ກວ່າບໍລິສັດ

ປັດຈຸບັນ, ຫຼາຍປະເທດໃນອາຊຽນ ແມ່ນ ມີນະໂຍບາຍພັດທະນາເຂດເສດຖະກິດພິເສດເພື່ອຮອງຮັບການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍການສ້າງພື້ນຖານໂຄງລ່າງທີ່ເປັນລະບົບຄົບຊຸດ ທີ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງການລົງທຶນໃນຂະແໜງການທຸລະກິດຕ່າງໆເປັນຕົ້ນ: ອຸດສາຫະກຳ, ຈາກການຕີລາຄາການຈັດຕັ້ງປະຕິບັດຜ່ານມາ ການປະກອບສ່ວນຂອງເຂດ ເສດຖະກິດພິເສດ ເຫັນວ່ານັບມື້ນັບເຫັນຜົນ ແລະ ສອດຄ່ອງກັບແນວທາງຂອງລັດຖະບານ ທີ່ກໍານົດໄວ້ຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8.

ປັດຈຸບັນ, ທົ່ວປະເທດລວມ ມີ ຂສພ ທັງໝົດຈຳນວນ 12 ເຂດ ສາມາດດຶງດູດນັກລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 532 ບໍລິສັດ, ມີທຶນຈົດທະບຽນທັງໝົດ 8.878.309.990 ໂດລາ, ແຜນການລົງທຶນ 34.761.376.152 ໂດລາ, ມີມູນຄ່າການລົງທຶນຕົວຈິງ 3.279.473.465 ໂດລາ, ປະຕິບັດພັນທະຕາມສັນຍາສຳປະທານເຂົ້າງົບປະມານຂອງລັດ ໄດ້ທັງໝົດ 28.974.364 ໂດລາ, ນຳເຂົ້າວັດຖຸດິບ, ເຄື່ອງ ກົນຈັກ ແລະ ອຸປະກອນເພື່ອມາຮັບໃຊ້ການຜະລິດ ແລະກໍ່ ສ້າງພື້ນຖານໂຄງລ່າງມູນຄ່າ 2.315.546.050 ໂດ ລາ, ສົ່ງອອກສິນຄ້າໄດ້ 1.667.596.064 ໂດລາ, ສ້າງວຽກເຮັດງານທຳໃຫ້ແຮງງານລາວໄດ້ທັງໝົດ 8.876 ຄົນ,

ອີງໃສ່ຄວາມຮັບຜິດຊອບຂອງຄະນະບໍລິຫານເຂດ ທັງ 12 ເຂດທົ່ວປະເທດ ທີ່ຈະໄດ້ພ້ອມກັນບຸກທະລຸໃນປີ 2019 ນີ້ ໂດຍຈະສຸມໃສ່ການຫັນການບໍລິຫານ ແລະ ຄຸ້ມຄອງ ຂສພ ເຂົ້າສູ່ນິຕິກຳແລະ ກົດໝາຍ ປະຕິບັດການຕິດຕາມ, ລາຍງານຢ່າງລວມສູນ ແລະ ເອກະພາບ ເພື່ອເປັນເສນາທິການໃຫ້ລັດຖະບານໃນການຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນ ຕີເລກທີ 12 ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ໂດຍເນັ້ນໃສ່ການສ້າງສະພາບແວດລ້ອມທີ່ດີໃຫ້ຜູ້ລົງທຶນ ໂດຍການປັບປຸງກົນໄກໃຫ້ກະທັດຮັດງ່າຍດາຍຂຶ້ນກວ່າເກົ່າ.

Savan-SENO Special Economic Zone (SaSEZ) SAVAN PARK (Site C) – Commercial and Industrial Hub. Savan Pacifica Development Co. Ltd. KM10, Nongdeun Village, Route No.9, Kaisone Phomvihane District, Savannakhet Province, Lao PDR.

ຕາມການລາຍງານຂໍ້ມູນຂອງເຂດເສດຖະກິດພິເສດສະຫວັນ -ເຊໂນ ໄດ້ໃຫ້ຮູ້ວ່າ: ເລີ່ມແຕ່ປີ 2003 ມາຮອດປັດຈຸບັນ, ເຂດເສດຖະກິດພິເສດສະຫວັນ-ເຊໂນ ສາມາດດຶງດູດການລົງທຶນ ໄດ້ຫຼາຍທີ່ສຸດໂດຍສະແດງອອກ ໃນແຕ່ລະໜ້າວຽກເຊັ່ນ: ການດຶງດູດເອົາບໍລິສັດເຂົ້າມາລົງທຶນໃນເຂດໄດ້ທັງໝົດ 117 ບໍລິສັດ, ມີທຶນຈົດທະບຽນ 172.629.000 ໂດລາສະຫະລັດ, ແຜນການລົງທຶນ 428.362.000 ໂດລາ ໃນນີ້ ມີບໍລິສັດທີ່ມີຊື່ສຽງລະດັບໂລກ ເຂົ້າມາລົງທຶນຫຼາຍບໍລິສັດເຊັ່ນ: ບໍລິສັດເອສ໌ຊີລໍ ລາວຈຳກັດ ທີ່ຜະລິດແວ່ນຕາ, ບໍລິສັດແອໂຣເວີກສ໌ລາວ ຈຳກັດ ຜະລິດຊິ້ນສ່ວນເຄື່ອງບິນ, ບໍລິສັດນິຄອນລາວຈຳກັດ, ຜະລິດຊິ້ນສ່ວນ ແລະ ປະກອບກ້ອງຖ່າຍຮູບ, ບໍລິສັດຊີເລສ໌ຕິກາລາວຈຳກັດ ປະກອບໂທລະສັບປະຊຸມທາງໄກ ແລະ ບໍລິສັດ ອື່ນໆ,

ດ້ານການສ້າງວຽກເຮັດງານທຳ ກໍໄດ້ປະກອບສ່ວນສຳຄັນໃຫ້ແກ່ສັງຄົມ ຊຶ່ງມີແຮງງານທັງໝົດຈຳນວນ 4.720 ຄົນ ໃນນັ້ນ, ແຮງງານລາວ 4.537 ຄົນ ແລະ ຕ່າງປະເທດ 183 ຄົນ,

ມອບພັນທະເຂົ້າງົບປະມານຂອງລັດນັບແຕ່ປີ 2011-2018 ໄດ້ທັງໝົດ 31.079.185.712 ກີບ ຫຼື ເທົ່າກັບ 3.884.898 ໂດລາ, ພ້ອມດຽວກັນນີ້ ກໍໄດ້ມີການສົ່ງອອກຜະລິດຕະພັນໃນເຂດມູນຄ່າ 1.591.587.635 ໂດລາ, ນຳເຂົ້າ1.599.273.089 ໂດລາ.

ຂໍ້ມູນຈາກ: ຂ່າວ ສະຫວັນພັດທະນາ

ຂອບໃຈພາບປະກອບຈາກອິນເຕີເນັດ

Comments