News

ອັງກິດ ໃຫ້ທຶນຊ່ວຍເຫຼືອ ການເກັບກູ້ລະເບີດຢູ່ສອງແຂວງ

ໃນວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ເຊັນບົດບັນທືກຄວາມເຂົ້າໃຈໂຄງການລະຫວ່າງ ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ ( ຄຊກລ ) ກັບ ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ. ຮ່ວມລົງນາມບົດບັນທືກຄວາມເຂົ້າໃຈໂດຍ ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄຊກລ ແລະ ນາງ ບລອດຊຳ ກີວມໍໄຊ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ Hung Evans ເອກອັກຄະລັດຖະທູດ ຣາຊະອານາຈັກອັງກິດ ປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າກະຊວງການຕ່າງປະເທດ, ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແຂວງຊຽງຂວາງ ແລະ ແຂວງ ...

Read More »

ເຝິກຊ້ອມໃຫຍ່ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ

ໃນຕອນເຊົ້າຂອງວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ວິທະຍາຄານກົມມະດຳ, ນໍ້າຊວງ, ເມືອງໂພນໂຮງ, ແຂວງວຽງຈັນ, ໄດ້ຈັດໃຫ້ມີການເຝິກຊ້ອມໃຫຍ່ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20/01/1949-20/01/2019) ເຊິ່ງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງ ຂອງກອງທັບປະຊາຊົນລາວ, ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະເວລາ 70 ປີຜ່ານມາ. ເປັນກຽດເຂົ້າຮ່ວມຊົມການຊ້ອມໃຫຍ່ໃນຄັ້ງນີ້ມີ ທ່ານ ພັນຄຳ ວິພາວັນ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ , ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດານາຍ ແລະ ພົນທະຫານ ແລະ ແຂກຮັບເຊີນຈາກພາກສ່ວນຕ່າງໆ. ຂອບໃຈແຫຼ່ງທີ່ມາ.

Read More »

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນ I

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019, ພິທີຈັດຂຶ້ນໃນວັນທີ 14 ມັງກອນ 2019  ຜ່ານມານີ້,  ໂຮງຮຽນແຫ່ງນີ້ມີນັກຮຽນທັງໝົດ 594 ຄົນ ຍິງ 254 ຄົນ ປະກອບມີ 4 ໝວດພາສາ ແລະ 12 ເຜົ່າ. ລາຍລະອຽດຕິດຕາມໄດ້ຈາກຄຣິບຂ່າວລຸ່ມນີ້ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019 ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019#ຂ່າວແຂວງອຸດົມໄຊ Posted by ຂ່າວປະຈຳວັນ Daily News Oudomxay on Monday, January 14, 2019 ຂອບໃຈຂໍ້ມູນຈາກ: ຂ່າວປະຈໍາວັນ ອຸດົມໄຊ.

Read More »

ເພາະຄົນປັດຈຸບັນມັກໃນຄວາມສະດວກສະບາຍຫຼາຍຂຶ້ນ! ຈຶ່ງເຮັດໃຫ້ຈໍານວນຂອງຜູ້ປະກອບການທາງ Online ຫຼາຍຂຶ້ນໄປນໍາ… ແຕ່ທ່ານຈະຮູ້ໄດ້ແນວໃດ ວ່າຄົນທີ່ມັກຄວາມສະດວກສະບາຍ ຈະມັກສັ່ງເຄື່ອງຈາກ Online ທີ່ມີຄວາມສະດວກສະບາຍກວ່າຢູ່ຮ້ານແທ້ບໍ່?

ພຶດຕິກໍາລູກຄ້າສະໄໝນີ້!!! ລອງຢູ່ຮ້ານ ຊື້ຢູ່ເວັບແທ້ ຫຼືບໍ່? ຜູ້ປະກອບການສ່ວນຫຼາຍຄິດວ່າ ມີພຽງໜ້າຮ້ານ Online ກໍພຽງພໍ ເພາະສາມາດຕອບໂຈດ Life Style ຂອງລູກຄ້າຍຸກນີ້ທີ່ຮັກມັກຄວາມສະດວກສະບາຍ ບໍ່ຢາກເສຍເວລາເດີນທາງໄປຮ້ານຂາຍເຄື່ອງ, ຕໍ່ຄິວຈ່າຍເງິນ ຫຼືແຍ້ກັນກັບຜູ້ຄົນ ແຕ່ຈາກຜົນການວິໄຈຂອງລູກຄ້າຂອງ Criteo ບໍລິສັດດ້ານເຕັກໂນໂລຊີ ລະບຸວ່າ ລູກຄ້າຫຼາຍກວ່າ 76% ຕ້ອງການທົດລອງສິນຄ້າກ່ອນຊື້ ແລະຖ້າປະທັບໃຈຈະສັ່ງຊື້ສິນຄ້ານັ້ນຜ່ານຊ່ອງທາງ Online. ສໍາລັບພຶດຕິກໍາສັ່ງຊື້ສິນຄ້າຂ້າມຊ່ອງທາງນັ້ນ 17% ຂອງລູກຄ້າທີ່ຊື້ສິນຄ້າຜ່ານ Online ແລະໄປຮັບສິນຄ້າທີ່ຮ້ານ Offline, 15% ຕັດສິນໃຈຊື້ສິນຄ້າຜ່ານຊ່ອງທາງ Online ຫຼັງຈາກເຫັນສິນຄ້າຕົວຈິງໃນຮ້ານ Offline ແລະ 11% ສັ່ງສິນຄ້າຜ່ານ Smart Phone ຂະນະທີ່ຢູ່ໃນຮ້ານຂອງສິນຄ້ານັ້ນໆ. ເຊິ່ງເຫດຜົນຂອງນັກ Shopping ທີ່ມັກສັ່ງຊື້ສິນຄ້າຜ່ານຊ່ອງທາງ Online ແທນການຊື້ຜ່ານຮ້ານ Offline 68% ບອກວ່າສົ່ງຄືນສິນຄ້າໄດ້ຟຣີ, 64% ມີສ່ວນຫຼຸດຢູ່ຕະຫຼອດ, 47% ຮູບສິນຄ້າໜ້າສົນໃຈ, 44% ສິນຄ້າເທິງເວັບມີເອກະລັກຫຼາຍກວ່າ ແລະ 33% ມີວິທີໃຊ້ສິນຄ້າບອກຢູ່ເທິງເວັບທີ່ຂາຍເຄື່ອງນັ້ນໆ. ເມື່ອຮູ້ແບບນີ້ແລ້ວ ຜູ້ປະກອບການທີ່ມີໜ້າຮ້ານ ...

Read More »

ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019

 ອົງການ ດີວີວີ ອິນເຕີເນເຊິນແນວ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ (DVV International) ໄດ້ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019 ລວມມູນຄ່າ 180 ລ້ານກີບ ໃຫ້ແກ່ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ເພື່ອຮັບໃຊ້ເຂົ້າໃນການສຶກສານອກໂຮງຮຽນ ເພື່ອການພັດທະນາແບບຍືນຍົງ ແລະ ການສຶກສາຕໍ່ເນື່ອງໃນ ສປປ ລາວ. ພິທີຈັດຂຶ້ນໃນຕອນບ່າຍຂອງ ວັນທີ 14 ມັງກອນ 2019 ທີ່ນະຄອນຫລວງວຽງຈັນ. ຂໍ້ມູນຈາກ: ຂປລ.

Read More »

ອົງການກວດສອບ ວາງແຜນກວດລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ ປີ 2019

ອົງການກວດສອບແຫ່ງລັດ ວາງແຜນກວດສອບ ລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ, ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການນຳໃຊ້ທຶນໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃນປີ 2019 ນີ້ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍປີ 2018 ຜ່ານມາວ່າ: ໃນປີ 2019 ອົງການກວດສອບແຫ່ງລັດ ໄດ້ຂຶ້ນແຜນດຳເນີນການກວດສອບ ຈຳນວນ 99 ເປົ້າໝາຍ. ໃນນັ້ນ, ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 46 ເປົ້າໝາຍ, ກວດສອບໂຄງການພັດທະນາແບບຍືນຍົງ ( SDGs ) 2 ເປົ້າໝາຍ, ໂຄງການລົງທຶນຂອງລັດຢູ່ຂັ້ນທ້ອງຖິ່ນ 6 ເປົ້າໝາຍ, ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 21 ເປົ້າໝາຍ, ກວດສອບທະນາຄານລັດ 6 ເປົ້າໝາຍ ແລະ ກວດສອບວິສາຫະກິດລັດ ຈຳນວນ 18 ...

Read More »

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີອິນເດຍ

ໃນວັນທີ 10 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ ຣາສະຕຼາປະຕີ ບາວັນ (Rashtrapati Bhavan), ນິວເດນລີ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ຣາມ ນາດ ໂກວິນ (Ram Nath Kovind), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິນເດຍ.   ຂໍ້ມູນຈາກ: ຂປລ.

Read More »

ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດສະຫຼຸບວຽກງານ ປີ 2018 ແລະ ວາງທິດທາງແຜນການໃນປີ 2019

ໃນວັນທີ 11 ມັງກອນ 2019 ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄ ອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳ ປີ 2018 ແລະ ວາງທິດທາງປະຈໍາປີ 2019 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ, ມີຜູ້ຕາງໜ້າຈາກບັນດາກະຊວງ ອ້ອມຂ້າງສູນກາງ ແລະ ຄະນະກໍາມະການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນໄລຍະໜຶ່ງປີຜ່ານມາ, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດ ໃນສປປ ລາວ ຢ່າງເອົາຈິງເອົາຈັງ, ເຊິ່ງເປັນປີທີ່ມີຫຼາຍເຫດການເກີດຂຶ້ນ, ໂດຍສະເພາະແມ່ນຂ່າວຕ່າງໆ ກ່ຽວກັບເຫດການໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ແລະ ບັນດາຂ່າວທີ່ບໍ່ເປັນຄວາມຈິງອື່ນໆ ທີ່ຖືກກຸ່ມຄົນບໍ່ດີປ່ອຍອອກມາ ເພື່ອຫວັງສ້າງຄວາມແຕກຕື່ນໃຫ້ປະຊາຊົນໃນສັງຄົມທົ່ວປະເທດ. ສິ່ງເຫຼົ່ານັ້ນ, ໄດ້ເຮັດໃຫ້ເຫັນເຖິງຄວາມສໍາຄັນໃນການຄຸ້ມຄອງອິນເຕີເນັດ, ເວົ້າສະເພາະກໍແມ່ນສື່ສັງຄົມ  ”ອອນໄລ໌”. ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຊີ້ນໍາຂະແໜງ ການກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາດ້ວຍຮູບການຕ່າງໆ ຢ່າງມີປະສິດທິພາບ, ເປັນຕົ້ນແມ່ນ ການສ້າງ ແລະ ນໍາໃຊ້ບັນດານິຕິກຳ ທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດ, ໂດຍສະເພາະ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ, ແລະ ...

Read More »

ຊາວໜຸ່ມ ປາກີສະຖານ ສູງ 2,4 ແມັດ

ທ້າວ Zia Rashid ອາຍຸ 23 ປີ ຄົນປະເທດ ປາກີສະຖານ ມີຄວາມສູງ 2,4 ແມັດ , ລາວກໍາລັງພະຍາຍາມຊອກຫາຄົນຮັກ ຍ້ອນວ່າລາວຍັງບໍ່ເຄີຍພົບແມ່ຍິງຄົນໃດ ທີ່ຈະເໝາະສົມກັບລາວເທື່ອ… ຂໍ້ມູນຈາກ: China Daily  

Read More »

ຜ່ານມາການລົງທຶນຂອງພາກເອກະຊົນ ມີ 40 ກວ່າໂຄງການ

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ, ຂັ້ນແຂວງ ແລະ ນະຄອນຫຼວງ ປະຈຳສົກ ປີ 2018 ວ່າ: ວຽກງານສົ່ງເສີມການລົງທຶນ ພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເປັນວຽກງານບູລິມະສິດໜຶ່ງ ທີ່ມີຄວາມສຳຄັນ ໃນການປະກອບສ່ວນເຂົ້າ ໃນການພັດທະນາ ເສດຖະກິດ-ສັງຄົມ ໂດຍລວມ. ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ສໍາລັບວຽກງານສົ່ງເສີມ ແລະ ດຶງດູດການລົງທຶນ ຈາກພາກເອກະຊົນ ທັງພາຍໃນ ແລະ ຕ່າງ ປະເທດ ເປັນ 1 ໃນ 4 ແຫ່ງທຶນຕົ້ນຕໍ ທີ່ຈະດຶງດູດເອົາການລົງທຶນ ໃຫ້ໄດ້ເກືອບ 50% ຂອງການລົງທຶນທັງໝົດ ຫຼື ສະເລ່ຍບໍ່ໃຫ້ຫຼຸດ 2,4 ຕື້ໂດລາຕໍ່ປີ ຕາມກໍານົດໃນແຜນພັດທະນາເສດຖະກິດ-ສັງຄົມ ເທື່ອທີ 8. ໃນ 1 ...

Read More »