ມາເບິ່ງ!! 8 ມາດຕະການຊຸກຍູ້ເສດຖະກິດ ຂອງ ສປປ ລາວ.

ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ໄດ້ອອກຄຳສັ່ງ ວ່າດ້ວຍ ການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ,ລົງວັນທີ 23 ສິງຫາ 2018 ເພື່ອເຮັດໃຫ້ 08 ມາດຕະການ ໃນການຊຸກຍູ້ເສດຖະກິດ ໄດ້ຮັບການຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ທັງເປັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃນ 06 ເດືອນທ້າຍປີ 2018 ແລະ ສືບຕໍ່ຈັດຕັ້ງປະຕິບັດໃນປີ 2019 ໃຫ້ມີປະສິດທິຜົນ, ສາມາດຂັບເຄື່ອນເສດຖະກິດໃຫ້ມີຄວາມຄ່ອງຕົວ.

ອີງຕາມຄຳສັ່ງ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ເລກທີ 12/ນຍ,ລົງວັນທີ 23 ສິງຫາ 2018. ນາຍົກລັດຖະມົນຕີໄດ້ອອກຄຳສັ່ງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແລະ ສຸມໃສ່ປະຕິບັດບັນດາມາດຕະການຊຸກຍູ້ເສດຖະກິດ ທີ່ຕິດພັນກັບພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບ ແລະ ຂອບເຂດສິດຂອງຕົນ.

ນອກຈາກນັ້ນ, ນາຍົກລັດຖະມົນຕີໄດ້ມອບໃຫ້ບັນດາກະຊວງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ 8 ມາດຕະການ ມີດັ່ງນີ້:

ມາດຕະການທີ 01: ການສະກັດກັ້ນໄພງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ, ມອບໃຫ້ທະນາຄານແຫ່ງ ສປປ ລາວ

ມາດຕະການທີ 02: ການປັບປຸງສະພາບແວດລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນທຸລະກິດ, ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການສົມທົບກັບ ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ.

ມາດຕະການທີ 03: ການສືບຕໍ່ແກ້ໄຂໜີ້ສິນພາຍໃນ, ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການສົມທົບກັບ ກະຊວງການເງິນ

ມາດຕະການທີ 04: ການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍ, ມອບໃຫ້ກະຊວງການເງິນ

ມາດຕະການທີ 05: ການພັດທະນາ SMEs ແລະ ການສົ່ງເສີມການຜະລິດ, ມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງປະສານສົມທົບກັບ ກະຊວງການເງິນ, ກະຊວງກະສິກຳ ແລະ ປ່າໄມ້, ທະນາຄານແຫ່ງ ສປປ ລາວ.

ມາດຕະການທີ 06: ການປັບປຸງໂຄງສ້າງການລົງທຶນ, ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນເຈົ້າການສົມທົບກັບ ກະຊວງການເງິນ

ມາດຕະການທີ 07: ການຄຸ້ມຄອງທີ່ດິນ ແລະ ການເກັບລາຍຮັບຈາກທີ່ດິນ, ມອບໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ມາດຕະການທີ 08: ການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດ ລະບຽບກົດໝາຍຢ່າງເຂັ້ມງວດ, ມອບໃຫ້ອົງການກວດກາລັດຖະບານ ເປັນເຈົ້າການປະສານສົມທົບກັບກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ.

https://www.laotradeportal.gov.la/kcfinder/upload/files/Legal_1535703454lo_LA.pdf

Comments