ນາຍົກ ເນັ້ນໃຫ້ກະຊວງການເງິນເລັ່ງແກ້ໄຂ 6 ບັນຫາຂໍ້ຄົງຄ້າງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຜນການ – ການເງິນ ປະຈຳປີ 2018 ແລະ ທິດທາງປີ 2019 ວ່າ: ເພື່ອເປັນການຊຸກຍູ້ລະບົບເສດຖະກິດໃຫ້ກ້າວໄປຂ້າງໜ້າທຸກຂະແໜງການ ຈະຕ້ອງໄດ້ປະຕິບັດໜ້າທີ່ຂອງຕົນຢ່າງເຕັມກຳລັງ ເປັນຕົ້ນແມ່ນ 6 ບັນຫາຂໍ້ຄົງຄ້າງ ແລະ ຈຸດສຸມໃຫ້ເປັນໄປຕາມສະພາແຫ່ງຊາດຮັບຮອງ.
ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍບາງຂະແໜງການທີ່ປະຕິບັດໄດ້ ໃນປີ 2018 ຄຽງຄູ່ກັບຜົນສຳເລັດກໍປາສະຈາກບໍ່ໄດ້ຂໍ້ຫຍຸ້ງຍາກບາງຈຳນວນທີ່ຈະຕ້ອງໄດ້ສຸມໃສ່ ແລະ ແກ້ໄຂ ເຊັ່ນ:

1 .ເສດຖະກິດຂອງ ສປປ ລາວ ເຕີບໂຕຊ້າກວ່າທີ່ກຳນົດໃນປີຜ່ານມາ ແລະ ສິ່ງທີ່ໜ້າເປັນຫ່ວງນັ້ນແມ່ນພື້ນຖານຫົວໜ່ວຍເສດຖະກິດຍັງບໍ່ທັນເຂັ້ມແຂງ ແລະ ຍັງມີຂໍ້ຈຳກັດໃນການສ້າງຖານລາຍຮັບທີ່ແນ່ນອນ ເຮັດໃຫ້ການເພີ່ມຂຶ້ນຂອງງົບປະມານບໍ່ທັນມີຄວາມໝັ້ນທ່ຽງສ່ວນໃຫຍ່ຍັງອີງໃສ່ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຕົ້ນຕໍ.

2. ການຈັດຕັ້ງປະຕິບັດ 8 ມາດຕະການ ຊຸກຍູ້ເສດຖະກິດຍັງມີຄວາມຊັກຊ້າ ເປັນຕົ້ນມາດຕະການປັບປຸງສະພາບແວດລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນທຸລະກິດ, ມາດຕະການພັດທະນາ SME, ການສົ່ງເສີມການຜະລິດຢູ່ພາຍໃນປະເທດ, ມາດຕະການແກ້ໄຂໜີ້ສິນພາຍໃນ ໂດຍສະເພາະການແກ້ໄຂໜີ້ສິນການລົງທຶນຂອງລັດດ້ວຍການຈັດສັນງົບປະມານເຂົ້າແຜນແຕ່ລະປີ ແລະ ແກ້ໄຂດ້ວຍຮູບແບບການອວ່າຍໜີ້ສາມແຈຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນບໍ່ສາມາດແກ້ໄຂໜີ້ສິນຕົວຈິງ, ຍ້ອນເຮົາຍັງຂາດກ້ອນເງິນທີ່ຈະອັດສີດເຂົ້າໃນລະບົບເສດຖະກິດ ແລະ ແກ້ໄຂໜີ້ສິນຕົວຈິງ.

3. ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກຍັງຂາດປະສິດທິພາບ, ລາຍຮັບລະຫວ່າງຄົນໃນເມືອງ ແລະ ຊົນນະບົດຍັງມີຄວາມແຕກໂຕນກັນ.

4. ເກັບລາຍຮັບງົບປະມານມີທ່າອ່ຽງດີຂຶ້ນຍ້ອນການຫັນເປັນທັນສະໄໝຍັງບໍ່ທັນສະມາດຄວບຄຸມໄດ້ທຸກຂົງເຂດ ເຮັດໃຫ້ການຂາດດຸນງົບປະມານຍັງສູງ ແລະ ສະພາບຄ່ອງທາງດ້ານເສດຖະກິດ – ງົບປະມານຍັງມີສິ່ງທ້າທາຍ.

5. ການຄຸ້ມຄອງການລົງທຶນໂຄງການຂະໜາດໃຫຍ່ພັດທະນາພື້ນຖານໂຄງລ່າງຍັງບໍ່ທັນມີຄວາມຄືບໜ້າເທົ່າທີ່ຄວນ ເຊັ່ນ: ຂະແໜງໄຟຟ້າ, ບໍ່ແຮ່, ສ່ວນຂະແໜງບໍລິການຍັງບໍ່ທັນປະກອບສ່ວນຢ່າງແຂງແຮງຕໍ່ການເຕີບໂຕເສດຖະກິດ ແລະ ການສ້າງລາຍຮັບໃຫ້ແກ່ງົບປະມານ.

6. ການຂາດດຸນການຊໍາລະສະສາງເງິນຕາກັບຕ່າງປະເທດຍັງສູງ ແລະ ປະລິມານຄັງສໍາຮອງເງິນຕາຕ່າງປະເທດຍັງຕ່ຳເຮັດໃຫ້ເສດຖະກິດມະຫາພາກຍັງມີຄວາມບອບບາງ.
ເຖິງແມ່ນວ່າ ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍຢ່າງທາງດ້ານເສດຖະກິດ – ສັງຄົມ ຢ່າງຫຼີກເວັ້ນບໍ່ໄດ້ ລັດຖະບານໄດ້ສະເໜີງົບປະມານແຫ່ງລັດປີ 2019 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍໄດ້ເນັ້ນໃສ່ການແກ້ໄຂບັນຫາຕາມທິດທາງຈຸດສຸມ ປະກອບມີ: ຈະມີການແຕ່ງຕັ້ງຄະນະຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຈຸດສຸມຕົ້ນຕໍຈະມີການລາຍງານທຸກໆ 3 ເດືອນ, ທຸກຂະແໜງການຕ້ອງສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,7% ຂຶ້ນໄປ ໂດຍອາໄສ 8 ມາດຕະການເປັນເຄື່ອງມືໃນການຊຸກຍູ້ເສດຖະກິດ, ເລັ່ງປະຕິຮູບວຽກງານການເງິນຢ່າງຮອບດ້ານ ແລະ ແຂງແຮງຕາມຍຸດທະສາດທີ່ລັດຖະບານຮັບຮອງຮັບປະກັນການເກັບລາຍຮັບເປັນປົກກະຕິ, ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນ, ເຄັ່ງຄັດຕາມລະບຽບກົດໝາຍມີປະສິດທິຜົນ ແລະ ສອດຄ່ອງຕາມງົບປະມານບໍ່ໃຫ້ມີໜີ້ສິນສະສົມເພີ່ມຂຶ້ນ, ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ພະນັກງານຂົງເຂດແຜນການ – ການລົງທຶນ ແລະ ຂົງເຂດການເງິນໃຫ້ມີຈັນຍາບັນ, ຄົ້ນຄວ້າມາດຕະການໄລຍະຍາວປັບປຸງວິສາຫະກິດໃຫ້ມີຄວາມເຂັ້ມແຂງ, ເປີດນະໂຍບາຍສົ່ງເສີມພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ເພີ່ມຂຶ້ນ, ພັດທະນາເຂດເສດຖະກິດພິເສດໃຫ້ກາຍເປັນທ່າແຮງທີ່ສຳຄັນດຶງດູດການລົງທຶນພາກເອກະຊົນ, ເພີ່ມທະວີການເປັນເຈົ້າການໃນວຽກງານການຮ່ວມມືສອງຝ່າຍ ລາວ – ຫວຽດນາມ ແລະ ລາວ – ຈີນ ໂດຍເລັ່ງໃສ່ຂົງເຂດທີ່ເປັນບຸລິມະສິດຕາມທິດການຮ່ວມມືສອງຝ່າຍ, ເຄັ່ງຄັດປະຕິບັດມາດຕະການປະຢັດໃນທົ່ວຂົງເຂດບໍລິຫານລັດ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ ແລະ ລວມທັງການກຳນົດຄືນການແບ່ງງານ ແລະ ຄວາມຮັບຜິດຊອບ ລະຫວ່າງ ກະຊວງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດຕາມທິດສາມສ້າງ ເປັນຕົ້ນການຄຸ້ມຄອງການລົງທຶນຂອງລັດ, ເອກະຊົນ, ລາຍຮັບ – ລາຍຈ່າຍງົບປະມານເພື່ອໃຫ້ມີຄວາມເປັນເອກະພາບ.

ທີ່ມາ: ຂ່າວສານປະເທດລາວ.
ຂ່າວ: ສຸລິນ

 

Comments