ວັນທີ 8 ຫາ 14 ມັງກອນ ແຂວງພາກເໜືອອາກາດຈະເຢັນ ແລະ ມີຝົນຕົກ

ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ ໄດ້ແຈ້ງການເລກທີ 002/ຂຊອ.ຊຍ ລົງວັນທີ 8 ມັງກອນ 2019 ຄາດຄະເນສະພາບອາກາດ ແຕ່ວັນທີ 8-13 ມັງກອນ 2019 ຈະມີຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນ ຍັງສືບຕໍ່ແຜ່ລາມລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ , ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ ໄລຍະວັນທີ 8-13 ມັງກອນ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ  ອາກາດຍັງຈະໜາວເຢັນ (ລາຍລະອຽດດ້ານລຸ່ມ)

ພ້ອມກັນນີ້ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ ກໍໄດ້ແຈ້ງການເລກທີ 124/ພຊສ.ອຊ ລົງວັນທີ 8 ມັງກອນ 2019 ຄາດຄະເນທ່າອ່ຽງສະພາບການປ່ຽນແປງຂອງດິນຟ້າອາກາດ ແຕ່ວັນທີ 8 ຫາ 14 ມັງກອນ 2019 ອີງຕາມການຕິດຕາມ,ວັດແທກສະພາບອາກາດຕົວຈິງຢູ່ພາຍໃນແຂວງ ໃນວັນທີ 8-10 ມັງກອນ ຄວາມກົດດັນສູງຂອງອາກາດໜາວເຢັນຈາກປະເທດຈີນ ຍັງສືບຕໍ່ແຜ່ລາມລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ , ສົມທົບກັບກະແສລົມຕາເວັນອອກ ພັດປົກຄຸມເປັນສ່ວນໃຫຍ່ ຊຶ່ງຈະເຮັດໃຫ້ ໄລຍະວັນທີ 8-13 ມັງກອນ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງເຂດ ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນ ຫາ ເຊົ້າ.

ຈາກນັ້ນວັນທີ 11 ຫາ 14 ມັງກອນ ອຸນຫະພູມຈະເຢັນລົງ, ສ່ວນຕອກາງເວັນ ອຸນຫະພູມອາກາດຈະຮ້ອນຂຶ້ນ ພ້ອມມີລົມພັດແຮງເປັນບາງໂອກາດ. (ລາຍລະອຽດດ້ານລຸ່ມ)

ຂອບໃຈທີ່ມາຂອງຂໍ້ມູນ.

Comments