ການຈະໃຊ້ Micro-Influencers ໃຫ້ປະສົບຄວາມສໍາເລັດ ຕ້ອງເລືອກໃຊ້ຄົນທີ່ມີຄວາມສໍາພັນກັບຍີ່ຫໍ້! ຊອກເຂົາເຈົ້າໃຫ້ພົບໃນເວລາສັ້ນໆດ້ວຍວິທີຕໍ່ໄປນີ້!!!

Micro-Influencers ທີ່ແມ່ນ! ຊອກໄດ້ແນວໃດ?

ການເຮັດວຽກຮ່ວມກັນລະຫວ່າງ ຍີ່ຫໍ້ກັບ Influencers ເປັນເທຣນການຕະຫຼາດທີ່ໄດ້ຮັບຄວາມນິຍົມຫຼາຍ ແລະບໍ່ມີວີ່ແວວວ່າຈະຕົກແທຣນໄປງ່າຍໆ ແຕ່ກໍຍັງມີເທຣນການຕະຫຼາດທີ່ໜ້າສົນໃຈບໍ່ແພ້ກັນນັ້ນກໍຄື ການເຮັດການຕະຫຼາດດ້ວຍ Micro-Influencers (ບຸກຄົນທີິ່ມີຍອດຕິດຕາມໃນ Social ຕັ້ງແຕ່ 1.000-100.000 ຄົນ) ເທຣນນີ້ກໍາລັງໄດ້ຮັບຄວາມນິຍົມໃນຕ່າງປະເທດ ແລະໃນປະເທດເຮົາກໍເລີ່ມມີການໍາເຂົ້າມາໃຊ້ແດ່ແລ້ວ ເຊິ່ງສິ່ງທີ່ເຮັດໃຫ້ປະສົບຄວາມສໍາເລັດໃນການໃຊ້ Micro-Influencers ຄື: ເລືອກໃຊ້ຄົນທີ່ມີຄວາມສໍາພັນກັບຍີ່ຫໍ້ ລວມເຖິງຜູ້ຕິດຕາມຂອງເຂົາເຈົ້າ ເປັນກຸ່ມດຽວກັນກັບຜູ້ຕິດຕາມສິນຄ້າຂອງເຮົາ ຊອກພວກເຂົາໃຫ້ພົບໃນເວລາສັ້ນໆ ເຊິ່ງເຮັດໄດ້ດັ່ງນີ້:

  1. ຄົ້ນຫາຈາກຜູ້ຕິດຕາມຂອງຍີ່ຫໍ້: ດ້ວຍຄວາມທີ່ພວກເຂົາຕິດຕາມສິນຄ້າຢູ່ແລ້ວຍ່ອມຮູ້ຈັກກັບສິນຄ້າເຮົາດີ ຮູ້ວ່າຕົວຕົນຂອງຍີ່ຫໍ້ເປັນແນວໃດ? ຍິ່ງຖ້າເປັນລູກຄ້າຂອງຍີ່ຫໍ້ແລ້ວ ຍິ່ງເຮັດໃຫ້ການຣີວິວມີພະລັງ ແລະມີຄວາມໜ້າເຊື່ອຖືຫຼາຍຂຶ້ນ.
  2. ຄົ້ນຫາຈາກແຮຊແທັກ: ຍີ່ຫໍ້ຕ້ອງໃຊ້ແຮຊແທັກ (#) ທີ່ມີຄວາມສະເພາະເຈາະຈົງ ແລະກ່ຽວຂ້ອງກັບຍີ່ຫໍ້ເຊັ່ນ ເສື້ອຜ້າ, ຂະໜາດຄວນໃຊ້ #plussizefashion ຫຼາຍກວ່າ #fashion ເຊິ່ງຈະເຮັດໃຫ້ຄົນທີ່ມີຄວາມມັກ ມີຄວາມສົນໃຈດຽວກັນກັບຍີ່ຫໍ້ ຄົ້ນພົ້ບຍີ່ຫໍ້ໄດ້ງ່າຍຂຶ້ນ.
  3. ຄົ້ນຫາຈາກສະຖານທີ່: ຖ້າຍີ່ຫໍ້ມຸ່ງເຈາະກຸ່ມລູກຄ້າໃນພື້ນທີ່ໃດພື້ນທີ່ໜຶ່ງ ວິທີການນີ້ຕອບໂຈດຫຼາຍ ສິ່ງທີ່ຕ້ອງເຮັດຄື ລະບຸສະຖານທີ່ລົງໄປໃນການຄົ້ນຫາເຊັ່ນ: Blocker ສາວໄຊ້ໃຫຍ່; ສໍາລັບການໃຊ້ Micro-Influencers ທີ່ມີຊື່ສຽງໃນພື້ນທີ່ນັ້ນ, ເຈາະກຸ່ມລູກຄ້າທີ່ຢູ່ບ່ອນນັ້ນມີແນວໂນ້ມເພີ່ມຍອດຂາຍໄດ້.

ທີ່ມາ: www.smethailandclub.com

Comments