ທຸກຂະແໜງ ຕ້ອງເອົາໃຈໃສ່ຄຸ້ມຄອງກວດກາ ການນຳໃຊ້ແຮງງານຕ່າງປະເທດ

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງນາຍົກ ລັດຖະມົນຕີ ໄດ້​ໃຫ້​ກຽດ​ໂອ້​ລົມ ໃນກອງ​ປະ​ຊຸມ​ທົ່ວ​ປະ​ເທດ ປຶກ​ສາ​ຫາ​ລື​ກ່ຽວ​ກັບແຜນ​ສືບ​ຕໍ່​ແກ້​ໄຂຄົນ​ຕ່າງ​ປະ​ເທດ ​ທີ່​ເຄື່ອນ​ໄຫວ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຂອງ ສ​ປ​ປ ລາວ ໃນ​ວັນ​ທີ 8 ມັງ​ກອນ 2019 ທີ່ຜ່ານມາ,

ໂດຍ​ເນັ້ນ​​ໃຫ້​ພາກສ່ວນ​ກ່ຽວຂ້ອງ ​ນຳ​ເອົາ​ກົດ​ໝາຍ ​ລະ​ບຽບ​ການ​ທີ່​ມີ​ຢູ່ ເຂົ້າເຖິງ​ກຸ່ມ​ຄົນ​ເປົ້າ​ໝາຍທີ່​ກ່ຽວ​ຂ້ອງ​ ກັບ​ການຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ທັນ​ກັບ​ເວ​ລາ, ຕ້ອງ​ເຮັດ​ໃຫ້​ສັງ​ຄົມ ທັງ​ພາຍ​ໃນ ແລະ ສາ​ກົນ ຮັບ​ຮູ້ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຕໍ່​ແນວ​ທາງ​ຕ່າງ​ປະ​ເທດ​ຂອງ​ພັກ, ເ​ຂົ້າໃຈ​ເຖິງ​ຄວາມ​ຈຳ​ເປັນ ​ໃນ​ການ​ແກ້​ໄຂບັນ​ຫາ ທີ່​ເປັນ​ປະ​ກົດ​ການ​ຫຍໍ້​ທໍ້ ເພື່​ອສ້າງ​ເງື່ອນ​ໄຂ ໃຫ້ສ​ປ​ປ ລາວ ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ​ກົນ. ​

ຄຽງ​ຄູ່ກັນ​ນັ້ນ, ທຸກ​ຂະ​ແໜງ​ການ, ອົງ​ການ​ທ້ອງ​ຖິ່ນ​ທຸກ​ຂັ້ນ ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບຕໍ່​ພັກ, ລັດ ແລະ ຕໍ່​ປະ​ເທດ​ຊາດ ໃນ​ການ​ບັງ​ຄັບ​ໃຊ້ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ​ລະ​ບຽບ​ການ ທີ່​ມີ​ຢູ່​ຂະແໜງ​ການ ແລະ ທ້ອງ​ຖິ່ນ​ຕົນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ຄົນ​ຕ່າງ​ປະ​ເທດ​ຢ່າງ​ເຂັ້ມ​ງວດ ແລະ ເອົາ​ໃຈ​ໃສ່​ຄຸ້ມ​ຄອງກວດ​ກາ ການ​ນຳ​ໃຊ້​ແຮງ​ງານ​ຕ່າງ​ປະ​ເທດ ​ຢູ່​ບັນ​ດາໂຄງ​ການ ລວມ​ທັງ​ເຂດ​ເສ​ດ​ຖະ​ກິດ​ສະ​ເພາະ ແລະ ເສດ​ຖະ​ກິດ​ພິ​ເສດ ໂດຍ​ໃຫ້​ສົມ​ທົບ​ກັບ​ພາກ​ສ່ວນ ​ທີ່​ເປັນ​ເຈົ້າ​ຂອງ​ໂຄງ​ການ, ໃຫ້​ປຶກ​ສາ​ຫາ​ລື ແລະ ພ້ອມ​ກັນ​ຫັນ​ເຂົ້າ​ສູ່ ການ​ນຳ​ໃຊ້ແຮງ​ງານ​ ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ລະ​ບຽບ​ການ.

ຂອບໃຈແຫຼ່ງທີ່ມາຂໍ້ມູນ.

Comments