ການສ້າງ Content Marketing ມີຫຼາກຫຼາຍວິທີໃຫ້ປະຕິບັດ! ຈົນບາງຄັ້ງຂໍ້ມູນກໍຕີກັນເອງ ເຮັດໃຫ້ຜູ້ປະກອບການລັງເລວ່າ ຄວນເຮັດວິທີໃດໃຫ້ປະສົບຄວາມເລັດ!!! ມາເບິ່ງ… ການສ້າງ Content Marketing ແນວໃດ ໃຫ້ງ່າຍຄືປອກເປືືອກກ້ວຍ!!!

ສ້າງ Content Marketing ແນວໃດ ໃຫ້ງ່າຍຄືປອກເປືອກກ້ວຍ!!!

ການຈະສ້າງ Content Marketing ໃຫ້ປະສົບຄວາມສໍາເລັດນັ້ນ ມີຫຼາກຫຼາຍສູດ, ຫຼາຍວິທີໃຫ້ປະຕິບັດ ເຊິ່ງບາງຄັ້ງຜູ້ປະກອບການກໍລັງເລວ່າ ຄວນເລີ່ມຕົ້ນເຮັດວິທີໃດກ່ອນ ທີ່ສໍາຄັນບາງຄັ້ງອ່ານເລື່ອງນີ້ຫຼາຍເກີນໄປ ຂໍ້ມູນກໍຕີກັນເອງ ດັ່ງນັ້ນ ເພື່ອໃຫ້ຜູ້ປະກອບການເຂົ້າໃຈ ແລະສ້າງ Content Marketing ໄດ້ຢ່າງງ່າຍດາຍ Page Traffic ຜູ້ໃຫ້ບໍລິການດ້ານການ້ຮັດ SEO ຈຶ່ງໄດ້ສະຫຼຸບການສ້າງ Content Marketing ໄວ້ດັ່ງນີ້:

  • ນໍາສະເໜີເທຣນໃຫ້ກົງກັບລູກຄ້າເຊັ່ນ: ຖ້າລູກຄ້າເປັນ Gen Y ບົດຄວາມຕ້ອງເປັນເລື່ອງໃນກະແສ ແລະມີປະໂຫຍດກັບພວກເຂົາ, ຂຽນສັ້ນ, ອ່ານເຂົ້າໃຈງ່າຍ ແລະຫຼີກລ່ຽງການຂຽນຂາຍເຄື່ອງແບບ Hard sale
  • ໂພສບົດຄວາມໃນທຸກ Social ທີ່ມີ: ແຕ່ຢ່າໂພສບົດຄວາມໃນຮູບແບບດຽວກັນ ເພາະແຕ່ລະ Social ມີ Platform ຕ່າງກັນເຊັ່ນ: Twitter ເນັ້ນຂຽນສັ້ນ, Facebook ໂພສຂໍ້ຄວາມຍາວໆ ພ້ອມຮູບປະກອບໄດ້ ແລະ Instagram ຮູບຕ້ອງງາມ ແຮຊແທັກຕ້ອງຂຽນ.
  • ກວດບົດຄວາມຂອງຄູ່ແຂ່ງ: ວ່າເປັນແນວໃດ ໄດ້ການຕອບຮັບຈາກລູກຄ້າດີ ຫຼືບໍ່? ໃຊ້ Influencers ຄົນໃດ? ຈາກນັ້ນອາດນໍາຂໍ້ມູນທີ່ໄດ້ມາປັບໃຊ້ໃຫ້ເໝາະສົມກັບທຸລະກິດ ຫຼືສ້າງບົດຄວາມທີ່ແຕກຕ່າງຈາກຄູ່ແຂ່ງໄປເລີຍເພື່ອສ້າງຄວາມແຕກຕ່າງ.
  • ກະຕຸ້ນຄວາມສົນໃຈ: ດ້ວຍຄໍາສະເໜີບົດຄວາມ ຂ່າວສານບ້ານເມືອງທີ່ເປັນກະແສໃນໄລຍະນັ້ນ ທັ້ງນີ້ຖ້າຂ່າວສານທີ່ນໍາສະເໜີມີຄວາມກ່ຽວຂ້ອງກັບທຸລະກິດຈະດີຫຼາຍ.

ທີ່ມາ: www.smethailandclub.com

Comments