ມອບ-ຮັບ ໂຮງຮຽນ ມຕົ້ນ ກຸ່ມບ້ານນາເຄືອ

ລັດຖະບານ ຢີ່ປຸ່ນໄດ້ມອບຮັບໂຮງຮຽນ ທີ່ໄດ້ຮັບທຶນສະໜັບສະໜຸນ ແລະ ກໍ່ສ້າງພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ທີ່ເມືອງນາໝໍ້, ແຂວງອຸດົມໄຊ.

ພິທີມອບຮັບໂຄງການຢ່າງເປັນທາງການແມ່ນໄດ້ຖືກຈັດຂຶ້ນໃນວັນທີ 16 ມັງກອນ 2019 ທີ່ຜ່ານມາ, ໂດຍມີ ທ່ານ ດ.ຣ. ຄຳພັນ ເຜີຍຍະວົງ, ເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ທາເຄຊິ ຮິກິຮາຣະ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ. ສັນຍາຂໍ້ຕົກລົງດັ່ງກ່າວແມ່ນການຊ່ວຍເຫຼືອລ້າທີ່ມີມູນຄ່າ 145.943 ໂດລາສະຫະລັດ ເຊິ່ງໄດ້ມີພິທີລົງນາມໃຫ້ການຊ່ວຍເຫຼືອຂຶ້ນໃນ ເດືອນມີນາ ປີ 2017.

Oudomxay, 16 January 2019 – The Government of Japan has handed over a school which was financed and constructed by the Japanese Grant Assistance for Grassroots Human Security Projects (GGP) in Namo District, Oudomxay Province. The official handover ceremony to mark the occasion was held on 16 January, 2019 with the attendance of H.E. Dr. Khamphanh Pheuyavong, Governor of Oudomxay Province, H.E. Mr. Takeshi Hikihara, Ambassador of Japan to the Lao PDR, and other officials concerned. The agreement for the Grant Aid project, amounting to 145,943 US dollars, was made in March 2017.

ຂໍ້ມູນຈາກ: ສະຖານທູດ ຍີ່ປຸ່ນ

Comments