ກໍາລັງຮິດ!!! ການຕະຫຼາດ Micro-Influencers ໄດ້ຜົນກວ່າຈ້າງຄົນມີຊື່ສຽງ…

ຈ້າງ Micro-Influencers ດີກວ່າ Influencers ແນວໃດ?

ປັດຈຸບັນຖ້າໃຫ້ຊອກຄົນມາຮ່ວມແຄມເປນການຕະຫຼາດອອນລາຍ ຫຼາຍໆແບຣນຄົງນຶກເຖິງດາລາ, ເຊເລບເປັນອັນດັບທໍາອິດ ເພາະເຊື່ອວ່າຍອດຜູ້ຕິດຕາມລະດັບແສນ-ລ້ານຄົນ ຈະຊ່ວຍໃຫ້ແຄມເປນໜ້າເຊື່ອຖືຂຶ້ນ, ລູກຄ້າໃຫ້ຄວາມໄວ້ວາງໃຈ ແລະຕັດສິນໃຈຊື້ສິນຄ້າ ແລະບໍລິການໃນທີ່ສຸດ. ແຕ່ຟ້າວກ່ອນ! ປັດຈຸບັນນີ້ການທີ່ໃຊ້ດາລາ ເຊເລບໃນແຄມເປນການຕະຫຼາດອອນລາຍອາດຈະບໍ່ໄດ້ຜົນອີກຕໍ່ໄປ ເພາະລູກຄ້າຫັນມາເຊື່ອຖືໃນສິ່ງທີ່ Micro-Influencers (ຄົນມີຊື່ສຽງໃນໂລກໂຊຊ່ຽວທີ່ມີຜູ້ຕິດຕາມ 30.000 ຄົນ ຫຼືໜ້ອຍກວ່າ) ເວົ້າຫຼາຍກວ່າ.

ບັນດາ Society, Agency ທີ່ຮັບເຮັດການຕະຫຼາດອອນລາຍ ເຜີຍໃຫ້ຮູ້ວ່າ ແຄມເປນທີ່ໃຊ້ Micro-Influencers ປະສົບຄວາມສໍາເລັດຫຼາຍກວ່າແຄມເປນທີ່ໃຊ້ Influencers ເພາະລູກຄ້າເຊື່ອວ່າເຫຼົ່າ Micro-Influencers ໃຊ້ສິນຄ້າ ແລະບໍລິການຂອງແບຣນແທ້ ໃນຂະນະທີ່ Influencers ອາດຈະບໍ່ໄດ້ໃຊ້ສິນຄ້າ ແລະບໍລິການ ແຕ່ທີ່ມາຮ່ວມແຄມເປນເພາະຜົນປະໂຫຍດທາງທຸລະກິດເທົ່ານັ້ນ

ນອກຈາກນັ້ນ ຍັງມີຂໍ້ມູນຈາກ Instagram ວ່າ ເຖິງວ່າພວກ Micro-Influencers ຈະມີຍອດຜູ້ຕິດຕາມໜ້ອຍ ເຊິ່ງມີພຽງແຕ່ 30.000 ຫຼືບາງຄົນໜ້ອຍກວ່າ ແຕ່ພວກເຂົາກໍສ້າງການເປັນສ່ວນນຮ່ວມໃນແຄມເປນໄດ້ຫຼາຍເຖິງ 60% ເຊິ່ງຫຼາຍກວ່າ Influencers ເຖິງ 6.7 ເທົ່າ.

ຂອບໃຈທີ່ມາ: www.smethailandclub.com

Comments