ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຍິ່ງໃຫຍ່ໃນວັນທີ 20 ມັງກອນນີ້, ທີ່ວິທະຍາຄານກົມມະດໍາ, ເມືອງໂພນໂຮງແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ທ່ານພົນເອກ ຈັນສະຫມອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາທ່ານການນໍາຂັ້ນສູງພັກ-ລັດ, ພ້ອມທັງ ບັນດານາຍທະຫານຂັ້ນສູງຈາກປະເທດເພື່ອນມິດຕ່າງໆ, ເປັນຕົ້ນ: ຫວຽດນາມ, ຈີນ, ຣັດເຊຍ, ບັນດາທຸຕານຸທູດ ຕ່າງປະເທດປະຈຳລາວ ແລະ ບັນດານາຍ ແລະ ພົນທະຫານຈາກກົມກອງຕ່າງໆອ້ອມຂ້າງກະຊວງປ້ອງກັນປະເທດ, ນັກຮຽນ-ນັກສຶກສາ, ປັນຍາຊົນ ແລະ ພ້ອມດ້ວຍມວນຊົນຊາວລາວບັນດາເຜົ່າປະມານ 7 ພັນຄົນເຂົ້າຮ່ວມ.
ການສະຫຼອງວັນປະຫວັດສາດອັນຍິ່ງໃຫຍ່ດັ່ງກ່າວ ໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະຂອງກອງສິລະປະກອນກອງທັບປະຊາຊົນລາວ ປະກອບມີ: ຮ້ອງເພງດຽວຍິງທີ່ມີຊື່ວ່າ: ເມືອງລາວມີພັກນໍາພາ, ເພງດຽວຊາຍຊື່ວ່າ: 20 ມັງກອນ, ຮ້ອງເພງໝູ່ຊາຍ : ທະຫານບໍ່ຢ້ານຕໍ່ອຸປະສັກ, ເພງໝູ່ຊາຍ-ຍິງ : ກອງທັບລາວກ້າວຂຶ້ນ ແລະ ລາຍການລໍາເດີນ, ລໍາເຕີ້ຍ, ລໍາຊິ້ງ ຕ່າງໆ ອັນໄດ້ສ້າງຄວາມເບີກບານມ່ວນຊື່ນໃຫ້ຜູ້ຊົມຢ່າງຟົດຟື້ນ.
ຈາກນັ້ນ, ສະຫາຍປະທານປະເທດ ບຸນຍັງ ວໍລະຈິດ ໄດ້ຂຶ້ນກ່າວສູນທອນພົດຕໍ່ພິທີວ່າ: ກ່ອນໜ້ານີ້ 70 ປີ ຄືວັນທີ 20 ມັງກອນ 1949, ກອງທັບລາວອິດສະຫຼະ ເຊິ່ງແມ່ນຕົ້ນກໍາເນີດຂອງກອງທັບປົດປ່ອຍ ກໍຄືກອງທັບລາວໃນປັດຈຸບັນ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ເຂດທີ່ໝັ້ນຕາແສງລາວຮຸ່ງ-ພຽງສາ ເມືອງຊຽງຄໍ້ແຂວງຫົວພັນ ໂດຍແມ່ນປະທານໄກສອນ ພົມວິຫານ ເປັນຜູ້ສ້າງຕັ້ງບັນຊາໂດຍກົງ.
ກອງທັບເຮົາໄດ້ປະເຊີນໜ້າໂດຍກົງກັບສັດຕູຮ້າຍກາດທີ່ມີກໍາລັງແຮງເໜືອກວ່າຫຼາຍເທົ່ານັບທັງດ້ານກໍາລັງພົນ, ອາວຸດ-ຍຸດໂທປະ ກອນ ແລະ ອື່ນໆ, ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ແລະ ການສືບທອດມູນເຊື້ອຕໍ່ສູ້ອັນພິລະອາດຫານບໍ່ຍອມຈໍານົນຂອງບັນພະບູລຸດ ແລະ ຊົນເຊື້ອຊາດລາວ ໂດຍໄດ້ຮັບການອູ້ມຊູຊ່ວຍເຫຼືອຢ່າງໝົດຈິດໝົດໃຈຈາກປະຊາຊົນລາວບັນດາເຜົ່າ ກໍຄືການສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າຈາກບັນດາປະເທດສັງຄົມນິຍົມອ້າຍນ້ອງ ກອງທັບເຮົາໄດ້ດໍາເນີນການຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະຢ່າງສະຫງ່າງາມເປັນກ້າວໆມາ, ກອງທັບເຮົາໄດ້ສ້າງວິລະກໍາອັນລໍ້າເລີດຫຼາຍປະການ, ສ້າງປະຫວັດສາດຍຸກໃຫມ່ ແລະ ມູນເຊື້ອວິລະຊົນຢ່າງສະຫງ່າງາມ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ 2 ທັນວາ 1975 ກອງທັບປະຊາຊົນລາວໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງຕົນ ຍາມໃດກໍເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກໍາລັງຫຼັກແຫຼ່ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ເຮັດໜ້າທີ່ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໄດ້ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດບົນເສັ້ນທາງກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
ຈາກນັ້ນ, ກໍໄດ້ສະແດງຂອງກອ້ນກໍາລັງຕ່າງໆເຊັ່ນກຳລັງຫັດກາຍມວຍຂອງເຫຼົ່າຮົບຕີພິເສດ ແລະ ເຫຼົ່າຮົບສືບຂ່າວ, ສະແດງມວຍຕໍ່ສູ້ຊາຍ-ຍິງ, ແລະ ການສວນສະໜາມຂອງກ້ອນກໍາລັງພົນຕ່າງໆ ເຊັ່ນ: ຂະບວນພະນັກງານປະຕິວັດອາວຸໂສ, ຈຸທຸງໄຊກອງທັບປະຊາຊົນລາວ, ກ້ອນກອງທັບອິດສະຫຼະ, ກ້ອນກຳລັງກອງທັບປົດປ່ອຍ, ກ້ອນກຳລັງເພດຍິງ 369, ນາຍທະຫານບົກ, ນາຍທະຫານອາກາດ, ນາຍທະຫານຊາຍແດນ, ນາຍທະຫານຮາບ, ທະຫານຕີພິເສດ, ລົດຕັງ-ຍານເກາະ, ປືນໃຫຍ່ໜ້າດິນ, ປ້ອງກັນອາກາດ, ຊ່າງແສງ, ສື່ສານ, ທະຫານແພດເພດຍິງ, ທະຫານທ້ອງຖິ່ນ, ກຳລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ. ນອກນີ້ຍັງມີຂະບວນພາຫານະອາວຸດຈາກເຫຼົ່າຮົບຕ່າງໆຄື: ຂະບວນລົດທະຫານຮາບຍານເກາະ, ເຫຼົ່າຮົບລົດຕັງ-ຍານເກາະ, ເຫຼົ່າຮົບປືນໃຫຍ່ໜ້າດິນ, ເຫຼົ່າຮົບປ້ອງກັນອາກາດ, ເຫຼົ່າຮົບຊ່າງແສງ, ການໂດດຈ້ອງ ແລະ ອື່ນໆອີກ ແລະ ໃນຕອນແລງວັນດຽວກັນ ກໍໄດ້ຈັດສະແດງ ຈູດບັ້ງໄຟດອກທີ່ເປັ່ງແສງປະກາຍຮຸ່ງເຮືອງຢ່າງສວຍງາມເປັນຈໍານວນຫຼາຍຮ້ອຍດອກ ຢູ່ທີ່ເດີນທາດຫຼວງເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນປະຫວັດສາດສຳຄັນດັ່ງກ່າວມີບັນຍາກາດຟົດຟື້ນຍິ່ງຂຶ້ນ.